Lao
This article was added by the user . TheWorldNews is not responsible for the content of the platform.

ໜີ້​ສາທາ​ລະ​ນະ​ ຂອງ​ລັດ​ຖະ​ບານ​ລາວ ຈະ​ເພີິ້ມ​ຂຶ້ນ​ເປັນ​ເກີນກວ່າ 96 ເປີ​ເຊັນ ຂອງຍອດ​ຜະ​ລິດຕະ​ພັນ​ຮວມ​ພາຍ​ໃນ ສຳ​ລັບປີ 2023

ໜີ້​ສາທາ​ລະ​ນະ​ຂອງ​ລັດ​ຖະ​ບານ​ລາວ ຈະ​ເພີິ້ມ​ຂຶ້ນ​ເປັນ​ເກີນກວ່າ 96 ເປີ​ເຊັນ ຂອງຍອດ​ຜະ​ລິດຕະ​ພັນ​ຮວມ​ພາຍ​ໃນ (GDP) ປີ 2023 ໃນ​ຂະ​ນະ​ທີ່​ລັດ​ຖະ ບານ​ລາວ​ຍັງ​ຈະ​ແກ້​ໄຂ​ບັນ​ຫາ​ຂາດ​ງົບ​ປະ​ມານ​ດ້ວຍ​ການ​ຂ​າຍ​ພັນ​ທະ​ບັດ ຊຶ່ງ ​ຊົງ​ລິດ ໂພນ​ເງິນ ມີ​ລ​າຍ​ງານ​ຈາກ​ບາງກອກ.

​ນັກ​ຊ່ຽວ​ຊານ​ທາງ​ການ​ເງິນຂອງ​ທະ​ນາ​ຄານ​ພັດ​ທະ​ນາເອ​ເຊຍ (ADB) ໄດ້​ປ​ະ​ເມີນ​ສະ​ພາ​ວະ​ການ​ດ້ານ​ໜີ້​ສາ​ທາ​ລະ​ນະ ​ຂອງ​ລັດ​ຖະ​ບານ​ລ​າວ​ໃນ​ປີ 2023 ນີ້​ວ່າ ​ຍັງ​ຈະ​ສືບ​ຕໍ່​ເພີ້ມ​ຂຶ້ນ​ຈາກລະ​ດັບ 92.4 ເປີ​ເຊັນ ຂອງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ (GDP) ປີ 2022 ເປັນ​ເກີນ​ກວ່າ 96 ເປີ​ເ​ຊັນ ຂອງ GDP ປີ 2023 ຖ້າ​ຫາກ​ການ​ເກັບ​ລາຍ​ຮັບ​ຂອງ​ລັດ​ຖະ​ບານ​ລາວ ຍັງ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້ ​ບໍ່​ເຖິງ 19 ເປີ​ເຊັນ ຂອງ GDP ຊຶ່ງ​ຈະ​ເຮັດ​ໃຫ້​ລັດ​ຖະ​ບານລາວ​ມີ​ລາຍ​ຮັບທີ່ບໍ່​ພຽງພໍ​ກັບ​ລາຍ​ຈ່າຍ​ໂຕຈິງ​ທີ່​ເ​ພີ້ມ​ຂຶ້ນຈາກ​ການ​ປັບ​ເພີ້ມ​ເງິນ​ອຸດ​ໜູນ​ອີກ 150,000 ກີບ​ຕໍ່​ເດືອນ ໃຫ້​ແກ່​ພະ​ນັກ​ງານ​ລັດ​ໃນ​ທົ່ວ​ປະ​ເທດ ເພື່ອ​ໃຫ້​ສອດ​ຄ້ອງ​ກັບ​ສະ​ພາ​ວະ​ຄ່າ​ຄອງ​ຊີບ​ທີ່​ເປັນ​ຈິງ.

ທັງ​ນີ້​ລັດ​ຖະ​ບານ​ລາວ ເກັ​ບ​ລາຍ​ຮັບ​ໄດ້​ໃນ​ມູນ​ຄ່າ​ລວມ 33,500 ກວ່າ​ຕື້​ກີບ ຄິດ​ເປັນ 15.8 ເປີ​ເຊັນ ຂອງ GDP ປີ 2022 ຊຶ່ງ​ບໍ່​ພຽງ​ພໍ​ກັບ​ລາຍ​ຈ່າຍ​ໂຕ​ຈິງ ​ເພາະ​ສະ​ນັ້ນ ຖ້າ​ຫາກວ່າ​ການ​ເກັບ​ລາຍ​ຮັບ​ໃນ​ປີ 2023 ນີ້​ຍັງ​ບໍ່​ດີຂຶ້ນກວ່າ​ປີ​ທີ່​ຜ່ານ​ມາ ກໍ​ຄື​ບໍ່​ເຖິງ 19 ເປີ​ເຊັນ ຂອງ GDP ນັ້ນ​ຍອມ​ຈະ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ຕ້ອງກູ້​ຢືມທາງພາຍໃນ ແລະ​ຕ່າງ​ປະ​ເທດ​ເພີ້ມ​ຂຶ້ນ​ອີກ ໂດຍ​ມາດ​ຕະ​ການ​ນຶ່ງ​ທີ່​ລັດ​ຖະ​ບ​ານ​ລາວ​ຈະຈັດ​ຕັ້ງ​ປະ​ຕິ​ບັດ ກໍ​ຄື​ການ​ຂາຍ​ພັນ​ທະ​ບັດ​ລັດ​ຖະ​ບານ ດັ່ງ​ທີ່​ທ່ານບຸນ​ເຫລືອ​ ສິນ​ໄຊວໍ​ລະ​ວົງ ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ຊາດລາວ ຢືນ​ຢັນ​ວ່າ:

​ພວກ​ເຮົາ​ຈະ​ຄ່ອຍໆ​ຫລຸດ​ປະ​ລິ​ມານ​ພັນ​ທະ​ບັດ​ຫັ້ນ​ລົງ ແຕ່​ບໍ່ຫລຸດ​ບາດ​ດຽວ​ ເນາ​ະ ແຕ່​ພວກ​ເຮົາ​ອາດ​ຈະ​ຜູ້​ໃດ ປະ​ຊາ​ຊົນ​ຜູ້​ໃດ​ທີ່​ຊື້​ແລ້ວ ຍັງ​ອາດ​ຊື້​ອີກ​ຢູ່ ພວກ​ເຮົາ​ຈະ​ມີ​ບັ​ນ​ທະ​ບັດ​ໃນ​ວົງ​ເງິນ​ອາດ​ຈະບໍ່​ສູງ​ເນາະ 2,000 ຕື້​ ຫລື​ບໍ່​ເກີນ 2,500 ຕື້ ໃຫ້​ຜູ້​ຢາກ​ຊື້​ຫັ້ນຊື້​ໄດ້​ເນາະ ໃນ​ອັດ​ຕາ​ດອກ​ເບ້ຍ 20 ເປີ​ເຊັນ ຫັ້ນ ພວກ​ເຮົາ​ກະ​ໄດ້​ຄາດ​ຄະ​ເນ​ເຂົ້າ​ຢູ່​ໃນ​ແຜນ​ການ​ເງິນ​ຕາ ປີ 2023 ຄັນ​ສະ​ຫລຸບ​ແລ້ວ​ເນາະ ອັນ​ນີ້ຂ້າ​ພະ​ເຈົ້າ​ຄິດ​ວ່າ​ການ​ອອກ​ພັນ​ທະ​ບັດ​ນີ້ ມັນ​ກ​ະ​ເປັນ ​ມາ​ດ​ຕະ​ການ​ສຸກ​ເສີນ ແຕ່​ວ່າ​ມັນ​ມີ​ຜົນ​ດີ​ບໍ່ ພວກ​ເຮົາ​ກະ​ເຫັນວ່າ ມີ​ຫລາຍໆ​ດ້ານ​ທີ່​ມີ​ຜົນ​ດີ.”

ໂດຍ​ລັດ​ຖະ​ບານລາວ​ໄດ້​ຂາຍ​ພັນ​ທະ​ບັດ​ຄັ້ງ​ທີ 1 ໃນ​ມູນ​ຄ່າ 5,000 ຕື້​ກີບເມື່ອ ​ເດືອນ​ມິ​ຖຸ​ນາ 2022 ແຕ່​ວ່າ​ຈຳ​ໜ່າຍ​ບໍ່​ໝົດ ຈຶ່ງ​ຕ້ອງ​ອອກ​ພັນ​ທະ​ບັດ​ຄັ້ງ​ທີ 2 ງວດ​ທີ 1 ແລະ ງວດ​ທີ 2 ມີ​ມູນ​ຄ່າ​ລວມ 2,000 ຕື້​ກີບ ມີ​ອາ​ຍຸ 6 ເດືອນ ອັດ​ຕາ​ດອກ​ເບ້ຍ 20 ​ເປີ​ເຊັນ ຕໍ່​ປີ ໂດຍ​ກໍ​ຖື​ເປັນ​ການ​ອອກ​ພັ​ນ​ທະ​ບັດ​ຊະ​ນິດ​ດຽວ​ກັນ​ເຖິງ 3 ຄັ້ງ​ໃນໄລ​ຍະ 8 ເດືອນ​ທີ່​ຜ່ານ​ມາ ຊຶ່ງ​ຄັ້ງ​ທີ 1 ນັ້ນ​ກໍ​ໄດ້​ຄົບ​ກຳ​ໜົດ​ການ​ຊຳ​ລະ​ຄືນ​ໄປ​ແລ້ວ.

ທັ້ງ​ນີ້ລັດ​ຖະ​ບານ​ລາວ ປະ​ເຊີນ​ໜ້າ​ກັບ​ການ​ມີ​ໜີ້ສາ​ທາ​ລະ​ນະ​ເພີິ້ມ​ຂຶ້ນ​ຢ່າງ​ກ້າວ​ກະ​ໂດດ​ນັບ​ແຕ່​ປີ 2010 ເປັນ​ຕົ້ນ​ມາ ໂດຍ​ເຫັນ​ໄດ້​ຈາກ​ການ​ທີ່​ລັດ​ຖະ​ບານມີ​ພັນ​ທະຕ້ອງ​ຊຳ​ລະ​ໜີ້ຕ່າງ​ປະ​ເທດ​ພຽງ​ 160 ລ້ານ​ໂດ​ລາ​ສະ​ຫະ​ລັດ ໃນປີ 2010 ເພີ້​ມ​ຂຶ້ນ​ເປັ​ນ 1,400 ລ້ານ​ໂດ​ລາ​ສະ​ຫະ​ລັດ ໃນ​ປີ 2022 ​ແລະ​ເກີນ ກວ່າ 1,700 ລ້ານ​ໂດ​ລາ​ສະ​ຫະ​ລັດ ໃນ​ປີ 2023 ຊຶ່ງ​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ຈະ​ຕ້ອງ​ຄວບ​ຄຸມ​ລາຍ​ຈ່າຍ​ຢ່າງ​ມີ​ປະ​ສິດ​ທິ​ພາບ ດ້ວຍ​ການ​ຈຳ​ກັດ​ການ​ລົງ​ທຶນ​ຂອງ​ລັດ​ຖະ​ບານ​ໃນ​ໂຄ​ງການທີ່​ບໍ່​ຈຳ​ເປັນ​ນັ້ນ ດັ່ງ​ທີ່​ທ່ານ​ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຢືນ​ຢັນ​ວ່າ:

​"ໃນ​ຕໍ່​ໜ້າ​ການ​ລົງ​ທຶນ​ຂອງ​ລັດ​ ຈະ​ຕ້ອງ​ໄດ້​ເບິ່ງ​ຕາມ​ຄວາມ​ສາ​ມາດ​ການ​ຊຳລະ ສະ​ສາງ ຊຶ່ງ​ປັດ​ຈຸ​ບັນ​ນີ້​ຈຳ​ກັດ​ເລື້ອງ​ໂຄງກ​ານ​ໃໝ່​ໝາຍ​ຄວາມ​ວ່າ ເປັນ​ໂຄງ​ການ​ທີ່​ຈະ​ສືບ​ຕໍ່​ນີ້ ກໍ​ຈະ​ໄດ້​ເບິ່ງ​ຄື​ນ​ວ່າ ໂຄງ​ການ​ໃດ​ຄວນ​ໂຈະ​ໄວ້​ໃນ​ໄລ​ຍະ​ນີ້ ແລະ​ໂຄງ​ການ​ໃດ​ຄວນ​ໂຈະ​ຖາ​ວອນ ກໍ​ຄື​ສະ​ໜາມ​ບິນ​ເມືອງ​ຫ້ວຍ​ຊາຍ ແຂວງ​ບໍ່​ແກ້ວ​ນີ້ ກໍ​ປະ​ຕິບັດ​ໄດ້​ເປັນ​ມູນ​ຄ່າ 50 ກວ່າ​ຕື້​ແລ້ວ ແຕ່​ວ່າ​ເຮົາ​ຊຳ​ລະ​ໄດ້​ແຕ່ 10 ​ເປີ​ເຊັນ ຂອງ​ມູນ​ຄ່າ ສະ​ນັ້ນ​ໂຕ​ນີ້​ກະ​ໄດ້​ໂຈະ​ໄປ​ນຳ​ໃຊ້​ສະ​ໜາມ​ບິນສາ​ກົນ ຢູ່​ເມືອງ​ຕົ້ນ​ເຜີ້ງ​ແທນ ນອກ​ຈາກ​ນັ້ນ​ກະ​ຊິມີ​ໂຄງ​ການ​ອື່ນໆ​ເນາະຕື່ມ​ອີກ ເພື່ອ​ພິ​ຈາ​ລະ​ນາ​ວ່າ​ແກ້​ແນວ​ໃດ.”

ໂດຍ​ໜີ້​ສິນ​ສາ​ທາ​ລະ​ນະ​ຂອງ​ລັດ​ຖະ​ບານ​ລາວ ຍັງ​ມີ​ທ່າ​ອຽງ​ເພີ້ມ​ຂຶ້ນ​ຢ່າງຕໍ່​ເນື່ອງ ເພາະ​ວ່າ​ລັດ​ຖະ​ບານ​ລາວ​ຈັດ​ເກັບ​ລາຍ​ຮັບ​ໄດ້​ຕ່ຳ​ກວ່າ​ແຜນ​ການ​ທຸກ​ປີ ໃນ​ຂະ​ນະ​ທີ່​ການ​ທຸ​ດຈະ​ລິດ ໃນ​ວົງ​ການ​ພັກແລະລັດຖະ​ບານ​ ຍັງ​ຄົງ​ເກີດ​ຂຶ້ນ​ຢ່າງ​ກວ້າງ​ຂວາງ ສ່ວນ​ການ​ປາບ​ປາມ​ຍັງ​ມີ​ປະ​ສິດ​ທິ​ພາບ​ຕ່ຳ ຈຶ່ງ​ເຮັດ​ໃຫ້​ລັດ​ຖະ​ບ​ານ​ ຕ້ອງມີ​ການກູ້​ຢືມ​ເງິນ​ເພີ້ມ​ຂຶ້ນ​ທັງ​ພາຍ​ໃນ ແລະ​ຈາກ​ຕ່າງ​ປະ​ເທດ ໂດຍນັບ​ເຖິງ​ທ້າຍ​ປີ 2022 ​ລັດ​ຖະ​ບານ​ລ​າວ​ມີ​ໜີ້​ສິນລວມ​ຫລາຍກວ່າ 177,625 ຕື້​ກີບ ​ຫລື​ເທົ່າ​ກັບ 92.4 ເປີ​ເຊັນ ຂອງ GDP ປີ 2022 ໃນ​ນີ້​ແບ່ງ​ເປັນ​ໜີ້​ສິນ​ຕ່າງ​ປະ​ເທດ 75 ​ເປີ​ເຊັນ ໜີ້ໃນ​ປະ​ເທດ 25 ເປີ​ເຊັນ ໂດຍ​ບັນ​ດາ​ລັດ​ວິ​ສາ​ຫະ​ກິດ ກໍ​ຄື​ພາກ​ສ່ວນ​ທີ່​ໄດ້​ສ້າງ​ພາ​ລະ​ໜີ້​ສິນ​ໃຫ້​ກັບ ລັດ​ຖະ​ບານ​ລາວ​ຫລາຍ​ທີ່​ສຸດ ຊຶ່ງ​ຄຶດ​ເປັນ​ສັດ​ສ່ວນ​ເຖິງ 65 ເປີ​ເຊັນ ຂອງ​ໜີ້​ສິນ​ທັງ​ໝົດ.