Lao
This article was added by the user . TheWorldNews is not responsible for the content of the platform.

EU ຈະຍັງບໍ່ອະນຸຍາດໃຫ້ນໍາເຂົ້າຜະລິດຕະພັນໄມ້ຈາກລາວ ຖ້າຫາກວ່າການຕັດໄມ້ທີ່ຜິດກົດໝາຍໃນລາວ ຍັງບໍ່ໄດ້ຮັບການແກ້ໄຂ

ສະຫະພາບຢູໂຣບ ຈະຍັງບໍ່ອະນຸຍາດໃຫ້ນໍາເຂົ້າຜະລິດຕະພັນໄມ້ຈາກລາວຖ້າຫາກວ່າການລັກລອບຕັດໄມ້ເພື່ອການຄ້າຜິດກົດໝາຍໃນລາວຍັງບໍ່ໄດ້ຮັບການແກ້ໄຂ ແລະປາບປາມໃຫ້ໝົດໄປຢ່າງແທ້ຈິງ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງກະສິກໍາ ແລະປ່າໄມ້ເປີດເຜີຍວ່າ ການສ້າງລາຍຮັບດ້ານເງິນຕາຕ່າງປະເທດເຂົ້າງົບປະມານປີ 2022 ຂອງລັດຖະບານລາວດ້ວຍການອະນຸຍາດເປັນກໍລະນີພິເສດເພື່ອໃຫ້ສົ່ງອອກໄມ້ທ່ອນໄປຕ່າງປະເທດໄດ້ໃນປະລິມານ 450,000 ກວ່າແມັດກ້ອນທີ່ຢຶດໄດ້ຈາກຂະບວບການລັກລອບຕັດໄມ້ເພື່ອການຄ້າຜິດກົດໝາຍໃນໄລຍະທີ່ຜ່ານມາ ໂດຍຄາດວ່າຈະສ້າງລາຍຮັບໄດ້ໃຫ້ກັບລັດຖະບານລາວໃນມູນຄ່າ 250 ກວ່າລ້ານໂດລານັ້ນ ໄດ້ເຮັດໃຫ້ຄະນະຜູ້ຕາງໜ້າຂອງສະ​ຫະ​ພາບ​ຢູ​ໂຣບ ​ຫຼືອີຢູ (EU) ເຫັນວ່າ ການລັກລອບຕັດໄມ້ເພື່ອການຄ້າຜິດກົດໝາຍໃນລາວຍັງເກີດຂຶ້ນຢູ່ຕະຫຼອດມາ ອັນໄດ້ເຮັດໃຫ້ຄະນະຜູ້ຕາງໜ້າຂອງ EU ບໍ່ໝັ້ນໃຈໃນຜະລິດຕະພັນໄມ້ຂອງລາວວ່າບໍ່ມີສ່ວນປະກອບໃດໆທີ່ມາຈາກໄມ້ທີ່ຖືກລັກລອບຕັດດັ່ງກ່າວ ຈຶ່ງຍັງຄົງບໍ່ມີການພິຈາລະນາກ່ຽວກັບການອະນຸຍາດໃຫ້ນໍາເຂົ້າຜະລິດຕະພັນໄມ້ຈາກລາວໄປໃນຕະຫຼາດຂອງ EU ຈົນເຖິງຂະນະນີ້ ຫຼືຈົນກວ່າທາງການລາວຈະສະກັດກັ້ນການລັກລອບຕັດໄມ້ໄດ້ຢ່າງແທ້ຈິງນັ້ນເອງ, ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວໄດ້ໃຫ້ການຢືນຢັນວ່າ:

“ຕະຫຼາດ EU ເຂົາຊິນໍາສິນຄ້າເຂົ້າໄປໃນຕະຫຼາດ EU ເຂົາຕ້ອງກວດກາເບິ່ງລະບົບທີ່ມາຂອງໄມ້, ເປັນຕົ້ນກໍແມ່ນຕິດຕາມໄມ້ ສົ້ນເຂົ້າ ສົ້ນອອກ. ຄືຕົວຢ່າງໄມ້ສັກ ເຮົາຕັດຢູ່ໄສ ເຮົາເອົາອອກມາຢູ່ໄສ ເຮົາຕ້ອງມີການບັນທຶກເຂົ້າສູ່ຂະ ບວນການຜະລິດແຕ່ຕົ້ນຈົນຮອດຫຸ້ມຫໍ່, ແລ້ວກໍອອກມາ ຈະມີຂະບວບການຕິດຕາມເປັນເອກະສານ ແລະລົງໄປຢູ່ໃນລະບົບທີ່ເພິ່ນຕັ້ງໃຫ້ ຈັງຊັ້ນລະບັນດາຜູ້ປະກອບການຜູ້ໃດຢາກເຫັນອະນາຄົດທີ່ວ່າ ສົ່ງໄມ້ໄປຕະຫຼາດສາກົນນີ້ນະ ຕ້ອງໄດ້ເຂົ້າໃຈໃນລະບົບນີ້.”

ພ້ອມກັນນີ້ ກະຊວງກະສິກໍາ ແລະປ່າໄມ້ໄດ້ວາງເປົ້າໝາຍຈະປູກຕົ້ນໄມ້ໃນຕະ ຫຼອດປີ 2022 ໃຫ້ໄດ້ 37,200 ເຮັກຕ້າໃນທົ່ວປະເທດ, ໃນນີ້ຈະເປັນການປູກເພື່ອເພີ້ມພື້ນທີ່ປ່ສະຫງວນ-ປ່າປ້ອງກັນ 7,400 ເຮັກຕ້າ, ປ່າອຸດສາຫະກໍາ 24,800 ເຮັກຕ້າ ແລະປ່າໄມ້ເອກະຊົນ 5,000 ເຮັກຕ້າ ອັນເປັນສ່ວນນຶ່ງຂອງແຜນຍຸດທະສາດການພັດທະນາ ແລະຮັກສາພື້ນທີ່ປ່າໄມ້ໃຫ້ໄດ້ເຖິງ 16 ລ້ານເຮັກຕ້າ ຄິດເປັນອັດຕາການປົກຫຸ້ມປ່າໄມ້ 70 ເປີເຊັນຂອງພື້ນທີ່ທັງໝົດຂອງລາວໃນປີ 2025 ເຊິ່ງແບ່ງເປັນປ່າໄມ້ 3 ປະເພດກໍຄືປ່າສະຫງວນ 4.7 ລ້ານ ເຮັກຕ້າ, ປ່າປ້ອງກັນ 8.2 ລ້ານເຮັກຕ້າ ປ່າຜະລິດ ຫຼືປ່າອຸດສາຫະກໍາແປຮູບໄມ້ 3.1 ລ້ານເຮັກຕ້າຕາມລໍາດັບ, ແຕ່ວ່າການທີ່ຈະສາມາດບັນລຸເປົ້າໝາຍດັ່ງກ່າວໄດ້ໃນການປະຕິບັດໂຕຈິງກໍບໍ່ແມ່ນເລື້ອງງ່າຍ ເນື່ອງຈາກວ່າຈະໄດ້ຮັບການຮ່ວມມືຈາກປະຊາຊົນລາວຢ່າງແທ້ຈິງເທົ່ານັ້ນ ໂດຍໃນປັດຈຸບັນທະນາຄານພັດທະນາເອເຊຍ (ADB) ກໍໄດ້ເລີ້ມຕົ້ນໃນການຊ່ວຍເຫຼືອລັດຖະບານລາວໃນການຝຶກອົບຮົມປະຊາຊົນ ເພື່ອນໍາໃຊ້ອຸປະກອນທັນສະໄໝເຂົ້າໃນການເກັບຂໍ້ມູນປ່າໄມ້ໃນເຂດແຂວງອັດຕະປື ແລະເຊກອງ, ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນກະ ຊວງກະສິກໍາ ແລະປ່າໄມ້ຢືນຢັນວ່າ:

“ທາງໂຄງການໄດ້ມີການສະໜອງອຸປະກອນ ແລະເຄື່ອງມືທີ່ທັນສະໄໝທາງດ້ານເທັກໂນໂລຈີ ແລະກໍໄດ້ມີການຈັດຝຶກອົບຮັມກ່ຽວກັບການນໍາໃຊ້ອຸປະກອນດັ່ງກ່າວ ເຊັ່ນວ່າ Smart Phone JIS ແລະ GPS ເຊິ່ງວ່າ ອຸປະກອນດັ່ງ ກ່າວເນາະ ກໍແມ່ນນໍາໃຊ້ເຂົ້າໃນການລາດຕະເວນ ການເບິ່ງຄວາມໜາແໜ້ນ ການປົກຫຸ້ມຂອງປ່າໄມ້ ການເພີ້ມ-ຫຼຸດລົງ ຂອງຊີວະນາໆພັນ ເຊິ່ງການຝຶກອົບຮົມໃນແຕ່ລະຄັ້ງຈະມີສະມາຊິກໃນທີມງານລາດຕະເວນ ເຂົ້າຮ່ວມຝຶກອົບ ຮົມ.”

ນາຍົກລັດຖະມົນຕີລາວອອກຄໍາສັ່ງເລກທີ່ 15/ນຍ ເພື່ອຫ້າມສົ່ງອອກໄມ້ທ່ອນໄປຕ່າງປະເທດຢ່າງເດັດຂາດ ແຕ່ເດືອນພຶດສະພາ ປີ 2016 ເປັນຕົ້ນມາ, ເຊິ່ງໜ່ວຍສະເພາະກິດຂອງລັດຖະບານໄດ້ກວດກາໂຮງໄມ້ 3,454 ແຫ່ງພົບວ່າ 2,364 ແຫ່ງຮັບຊື້ໄມ້ຈາກຂະບວບການລັກລອບຕັດໄມ້ ຈຶ່ງໄດ້ສັ່ງຍຸຕິກິດ ຈະການ. ສະພາບດັ່ງກ່າວນີ້ຖືເປັນສາເຫດສໍາຄັນທີ່ຄະນະຜູ້ຕາງໜ້າຂອງ EU ບໍ່ອະນຸຍາດໃຫ້ນໍາເຂົ້າໄມ້ຈາກລາວ ພ້ອມທັງກໍານົດເງື່ອບໄຂ 6 ດ້ານທີ່ທາການລາວຈະຕ້ອງປະຕິບັດໃຫ້ໄດ້ຢ່າງຄົບຖ້ວນ ກໍຄືການກໍານົດໃຫ້ນໍາເອົາໄມ້ຈາກປ່າຜະລິດເທົ່ານັ້ນມາແປຮູບເປັນສິນຄ້າ ການກໍານົດທາງດ້ານແຮງງານກັບການຜະລິດ ການຂຶ້ນຖະບຽນໜ່ວຍທຸລະກິດຄ້າໄມ້ ການພັດທະນານິຕິກໍາທີ່ກ່ຽວກັບປ່າໄມ້ ການພັດທະນາລະບົບການຄໍ້າປະກັນໄມ້ທີ່ຖືກກົດໝາຍໃຫ້ເປັນເອກະ ສານຢ່າງສົມບູນ, ລວມຮອດການຈັດຕັ້ງປະຕິບັດພາກໂຕຈິງໃຫ້ມີປະສິດທິພາບຢ່າງແທ້ຈິງ ຫາກບໍ່ດັ່ງນັ້ນແລ້ວກໍຈະຍັງບໍ່ມີການອະນຸຍາດໃຫ້ນໍາເຂົ້າຜະລິດຕະພັນໄມ້ສໍາເລັດຮູບຈາກລາວຕໍ່ໄປ.