Lao
This article was added by the user . TheWorldNews is not responsible for the content of the platform.

ແຮງງານລາວທີ່ເຮັດວຽກໂດຍຜິດກົດໝາຍໃນປະເທດໄທ ໄດ້ສົ່ງເງິນກັບມາໃຫ້ຄອບຄົວໃນລາວເກີນກວ່າ 450 ລ້ານໂດລາຕໍ່ປີ

ແຮງງານລາວທີ່ເຮັດວຽກໂດຍຜິດກົດໝາຍໃນປະເທດໄທ ໄດ້ສົ່ງເງິນກັບມາໃຫ້ຄອບຄົວໃນລາວເກີນກວ່າ 450 ລ້ານໂດລາຕໍ່ປີ ເຖິງແມ່ນວ່າພວກເຂົາເຈົ້າຈະບໍ່ສາມາດສົ່ງເງິນຜ່ານທະນາຄານໄດ້ເລີຍກໍຕາມ. ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ເຈົ້າໜ້າທີ່ຂັ້ນສູງໃນກະຊວງແຮງງານ ແລະສະຫວັດດີການສັງຄົມເປີດເຜີຍວ່າ ແຮງງານລາວທີ່ເດີນທາງໄປເຮັດວຽກໃນຕ່າງປະເທດໄດ້ປະກອບສ່ວນສໍາຄັນເຂົ້າໃນການສ້າງລາຍຮັບທີ່ເປັນເງິນຕາຕ່າງປະເທດ ດ້ວຍການສົ່ງລາຍໄດ້ຈາກການເຮັດວຽກໃນຕ່າງປະເທດດັ່ງກ່າວມາໃຫ້ຄອບຄົວທີ່ຢູ່ລາວ ຄິດເປັນມູນຄ່າເກີນກວ່າ 450 ລ້ານໂດລາຕໍ່ປີ ໂດຍສະເພາະແມ່ນແຮງງານລາວ ທີ່ເຮັດວຽກໂດຍຜິດກົດໝາຍໃນໄທນັ້ນກໍຄືກຸ່ມແຮງງານລາວທີ່ໄດ້ສົ່ງເງິນກັບມາລາວຫຼາຍທີ່ສຸດ ໂດຍເຖິງແມ່ນວ່າພວກເຂົາເຈົ້າຈະບໍ່ສາມາດສົ່ງເງິນຜ່ານທະນາຄານໄດ້ກໍຕາມ ເພາະວ່າເປັນແຮງງານຜິດກົດໝາຍໃນໄທ, ຈຶ່ງຕ້ອງສົ່ງ ຫຼືໂອນຜ່ານບໍລິ ສັດນາຍໜ້າທີ່ມີເຄືອຂ່າຍທຸລະກິດທັງໃນລາວ ແລະໄທມາໂດຍຕະຫຼອດ.

ສ່ວນທ່ານຄໍາໄຕ ແກ້ວດວງດີ, ສະມາຊິກສະພາແຫ່ງຊາດລາວຈາກແຂວງຈໍາປາສັກຖະແຫຼງວ່າ ການລັກລອບເຮັດວຽກໃນໄທໂດຍຜິດກົດໝາຍຂອງບັນດາແຮງງານລາວ ຈະຕ້ອງໄດ້ຮັບການແກ້ໄຂໂດຍການຮ່ວມມືກັນຢ່າງແທ້ຈິງຂອງທຸກພາກສ່ວນ ທີ່ກ່ຽວຂ້ອງ ທັງໃນລາວ ແລະໄທ ດ້ວຍການຈັດທໍາສັນຍາຈ້າງຢ່າງແຈ່ມແຈ້ງ ເຊິ່ງຈະຕ້ອງໃຊ້ເວລາພໍສົມຄວນ, ແຕ່ສໍາລັບໃນໄລຍະສະເພາະໜ້ານີ້ ພາກສ່ວນທີ່ກ່ຽວຂ້ອງໃນລາວ ໂດຍສະເພາະທະນາຄານແຫ່ງຊາດລາວນັ້ນ ຈະຕ້ອງຫາມາດຕະການ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ບັນດາແຮງງານລາວຢູ່ຕ່າງປະເທດ ໃນການໂອນເງິນກັບມາລາວໃຫ້ຖືກຕ້ອງຕາມລະບຽບກົດໝາຍ ກໍຄືການໂອນເງິນຜ່ານລະບົບທະນາຄານ ໃນຕ່າງປະເທດທີ່ເຊື່ອມຕໍ່ກັບລະບົບທະນາຄານໃນລາວນັ້ນ, ດັ່ງທີ່ ທ່ານຕໍາໄຕ ໃຫ້ການຢືນຢັນວ່າ:

“ເຮົາຮູ້ວ່າເຂົາເຮັດບໍ່ຖືກກົດໝາຍ, ແຕ່ວ່າເຂົາບໍ່ມີຊ່ອງທາງໃດ ທີ່ຈະໂອນເງິນເຂົ້າມາໃຫ້ມັນຖືກກົດໝາຍ ເພາະວ່າການໄປເຮັດວຽກຢູ່ຕ່າງປະເທດ ເຂົາກໍລັກລອບໄປຢູ່ແລ້ວ ຖ້າຖືເງິນສົດເຂົ້າມາເຂົາກໍມີຄວາມສ່ຽງຢູ່ທີ່ເຄິ່ງທາງໃນການເດີນທາງ ເຮົາເຄີຍເຫັນຫຼາຍຢູ່ຕາມຕົວເມືອງຊາຍແດນ ການໂອນເງິນນີ້ເຂົາກໍໂອນເຂົ້ານິຕິບຸກຄົນ ເຂົາບໍ່ໄດ້ໂອນຜ່ານທະນາຄານ, ແຕ່ຢາກຈະສະເໜີທາງຄະນະກໍາມະການ ແລະທ່ານຜູ້ວ່າການທະນາຄານ ຈະເປີດຊ່ອງແນວໃດໃຫ້ພວກລູກລານພວກເຮົາໂອນເງິນເຂົ້າມາ ສປປ ລາວ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ເພາະວ່າເງິນຈໍານວນດັ່ງກ່າວນີ້ ມັນເປັນຈໍານວນຫຼາຍ.”

ທາງດ້ານ ທ່ານສຸຊາດ ຊົມກລິ່ນ,ລັດຖະມົນຕີກະຊວງແຮງງານໄທຖະແຫຼງວ່າ ແຮງງານລາວ ທີ່ເຮັດວຽກໃນໄທແບບຖືກຕ້ອງຕາມກົດໝາຍ ມີຈໍານວນ 213,203 ຄົນ ແລະບັນດານາຍຈ້າງໃນໄທຍັງຕ້ອງການທີ່ຈະຈ້າງແຮງງານເພີ້ມອີກກວ່າ 4 ຄົນໃນປັດຈຸບັນ ເຊິ່ງລັດຖະບານໄທອະນຸຍາດໃຫ້ນໍາເຂົ້າແຮງງານໄດ້ໂດຍຜ່ານບໍລິສັດຈັດຫາງານທີ່ໄດ້ຮັບອະນຸຍາດຈາກລັດຖະບານເທົ່ານັ້ນ ແລະແຮງງານກໍຕ້ອງໄດ້ຮັບການສັກຢາວັກຊີນກັນໄວຣັສໂຄວິດ-19 ຈໍານວນ 2 ເຂັມແລ້ວ ແລະກັກບໍລິເວນ 7 ມື້, ສ່ວນແຮງງານທີ່ໄດ້ຮັບຢາວັກຊີນ 1 ເຂັມນັ້ນ ຈະຕ້ອງໄດ້ສັກເຂັມທີ 2 ແລະກັກບໍລິເວນ 14 ມື້ ໂດຍນາຍຈ້າງໃນໄທຮັບຜິດຊອບຄ່າໃຊ້ຈ່າຍ ທັງຄ່າກວດຫາໂຄວິດ-19 ແລະຄ່າປະກັນສຸຂະພາບຂອງແຮງງານ ທີ່ຈະຕ້ອງເຂົ້າມາເຮັດວຽກໃນໄທດັ່ງກ່າວ ແລະຖ້າຫາກວ່ານາຍຈ້າງໃນໄທຍັງຕ້ອງການແຮງງານເພີ້ມຂຶ້ນອີກໃນໄລຍະຕໍ່ໜ້ານີ້ ທາງການໄທກໍຍັງຈະອະນຸຍາດ ແລະເປີດຮັບແຮງງານ ລາວ-ມຽນມາ-ກໍາປູເຈຍ ເພີ້ມຂຶ້ນອີກ, ດັ່ງທີ່ ທ່ານສຸຊາດ ໃຫ້ການຢືນຢັນວ່າ:

“ແລ້ວກໍໃນສ່ວນການຜ່ອນຜັນແຮງງານຕ່າງດ້າວຕາມ MOU ທີ່ຈະຄົບ 4 ປີ ເຮົາກໍາລັງຢູ່ລະຫວ່າງນໍາສະເໜີຄວາມເຫັນດີຕໍ່ຄະນະລັດຖະມົນຕີ ທາງກະຊວງແຮງງານນັ້ນກໍດໍາເນີນເນີນເລື້ອງສະເໜີຄະນະລັດຖະມົນຕີໃຫ້ຢູ່ຕໍ່ໃນສ່ວນທີ່ເຮົາຈະເປີດຊ່ອງທາງເພີ້ມເຕີມທີ່ຈະເຂົ້າມາທາງຊາຍແດນໃດໄດ້ອີກໃນ 3 ສັນຊາດນີ້ ເຮົາພະຍາຍາມແກ້ບັນຫາໃຫ້ພາກເອກະຊົນຜັກດັນເສດຖະກິດ-ພັດທະນາປະເທດໄປຕາມນະໂຍບາຍຂອງທ່ານນາຍົກລັດຖະມົນຕີ.”

ທັງນີ້ ໂດຍການລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ແຮງງານລາວທີ່ລັກລອບເຮັດວຽກໂດຍຜິດກົດໝາຍໃນໄທ ແລະຖືກເລີກຈ້າງນັ້ນ ຕ້ອງພາກັນເດີນທາງກັບຄືນມາລາວຫຼາຍກວ່າ 439,000 ຄົນໃນປີ 2020 ຫາປີ 2021, ແຕ່ທາງການລາວກໍສາມາດສ້າງວຽກຮອງຮັບໄດ້ພຽງ 45,500 ຄົນເທົ່ານັ້ນ.

ສ່ວນທ່ານອະດິສອນ ເກີດມົງຄົນ, ຜູ້ປະສານງານເຄືອຂ່າຍດ້ານແຮງງານອົບພະຍົບໃນອາຊຽນເປີດເຜີຍວ່າ ໃນປັດຈຸບັນແຮງງານ ລາວ ມຽນມ້າ ແລະຈໍາປູເຈຍ ເກືອບຮອດ 7 ແສນຄົນໃນປະເທດໄທບໍ່ມີສິດໄດ້ຮັບສະຫວັດດີການດ້ານສຸຂະພາບ ເພາະວ່າເປັນແຮງງານທີ່ລັກລອບເຮັດວຽກໂດຍຜິດກົດໝາຍ, ສ່ວນອີກ 2 ແສນກວ່າຄົນແມ່ນຍັງບໍ່ມີຂໍ້ມູນທີ່ແຈ່ມແຈ້ງ ຈຶ່ງມີພຽງ 4 ກວ່າຄົນທີ່ເປັນແຮງງານຖືກກົດໝາຍ ແລະໄດ້ຮັບການຄຸ້ມຄອງສະຫວັດດີການດ້ານສຸຂະພາບ ເຊິ່ງກໍເຊັ່ນດຽວກັນກັບປະເທດອື່ນໆໃນອາຊຽນດ້ວຍກັນທີ່ປາກົດວ່າ ມີແຮງງານອົບພະຍົບກວ່າ 70 ເປີເຊັນ ເປັນແຮງງານຜິດກົດໝາຍທີ່ບໍ່ມີສຳຫວັດດີການດ້ານແຮງງານແຕ່ຢ່າງໃດ.