Lao
This article was added by the user . TheWorldNews is not responsible for the content of the platform.

​ອັດ​ຕາ​ແລກ​ປ່ຽນ​ເງິນ​ກີບ​ກັບໂດ​ລາ ​ມີທ່າ​ອ່ຽງ​ຫລຸ​ດ​ລົງ ແຕ່​ອາດ​ຈະ​ເປັນ​ການ​ຊົ່ວ​ຄາວ ຂະ​ນະ​ທີ່​ອັດ​ຕາ​ແລກ​ປ່ຽນກັບເງິນ​ບາດ​ຂອງ​ໄທເພີ້ມ​ຂຶ້ນ

ອັດ​ຕາ​ແລກ​ປ່ຽນ​ເງິນ​ກີບ​ຕໍ່​ໂດ​ລາ​ສະ​ຫະ​ລັດ ມີ​ທ່​າ​ອ່ຽງ​ຫລຸດ​ລົງ​ ແຕ່​ໃນ​ຂະ​ນະ​ດຽວ​ກັບອັດ​ຕາ​ແລກ​ປ່ຽນ​ເງິນ​ກີບ​ຕໍ່​ເງິນ​ບາດ​ຂອງ​ໄທ​ກັບ​ມີ​ທ່າ​ອ່ຽງ​ເພີ້ມ​ຂຶ້ນ ນັບ​ແຕ່​ທ້າຍ​ເດືອນ​ທັນ​ວາ​ເປັນ​ຕົ້ນ​ມາ​. ທັງ​ນີ້​ກໍ​ເປັນ​ຍ້ອນ​ວ່າ ​ເສດ​ຖະ​ກິດ​ໄທ​ເລີ້ມ​ມີການ​ຟື້ນ​ຕົວ​ໄວ​ຂຶ້ນ​ຍ້ອນ​ມີ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາຢ່າງ​ຫລວງ​ຫລາຍໃນ​ປີ 2022 ​ຜ່ານ​ມາ ​ໃນຂະ​ນະ​ທີ່​ເສດ​ຖະ​ກິດ​ລາວ ​ຍັງ​ບໍ່​ທັນ​ຟື້ນ​ຕົວ​ໄດ້​ພໍ​ປານ​ໃດ ດັ່ງ​ທີ່​ຄົນ​ລາວທ່ານ​ນຶ່ງ​ທີ່​ຕິດ​ຕາມ​ກ່ຽ​ວ​ກັບ​ເລື້ອງນີ້​ ຕະ​ຫລອດ​ມາ​ ໃຫ້​ຄຳ​ເຫັນ​ວ່າ:

ເມື່ອມໍ່ໆ​ມານີ້ ທະ​ນາ​ຄານ​ໂລກ​ກ່າວ​ໃນບົດລາຍງານ​ຂອງ​ຕົນ​ວ່າ ເສດ​ຖະ​ກິດ​ລາວປະ​ເຊີນ​ກັບ​ບັນ​ຫາ​ການ​ຫລຸດ​ຄ່າ​ເງິນ​ກີບ​ລົງ​ຢ່າງວ່ອງ​ໄວ ແລະ​ອັດ​ຕາເງິນ​ເຟີ້​ສູງ​ຂຶ້ນ​ຢ່າງ​ໜ້າ​ເປັນ​ຫ່ວງ​ ທ່າມ​ກາງ​ສະ​ພາບ​ແວດ​ລ້ອມ​ຊຸດ​ໂຊມ​ລົງ​ຂອງເສດ​ຖະ​ກິດ​ໂລກ ແລະ​ການ​ປະ​ຕິ​ຮູບ​ຢູ່​ພາຍ​ໃນ​ປະ​ເທດ​ຊັກ​ຊ້າ. ເງິນ​ກີບ​ອ່ອນ​ຄ່າ​ລົງ 68 ເປີ​ເຊັນ ​ຕໍ່​ເງິນ​ໂດ​ລາ ໃນ​ຊ່ວງ 10 ເດືອນ​ທຳ​ອິດ​ຂອງ​ປີ 2022.

ເຖິງ​ແມ່ນ​ວ່າ​ອັດ​ຕາ​ແລກ​ປ່ຽນ​ເງິນ​ໂດ​ລາ​ເປັນ​ກີບ ​ຈະມີ​ທ່າ​ອ່ຽງ​ຫລຸດ​ລົງ​ໃນ ໄລ​ຍະ​ 1 ເດືອນ​ມານີ້ ຊຶ່ງ​ກໍ​ຄື​ຈາກ 17,342 ກີບ​ຕໍ່ 1 ໂດ​ລາ ລົງມາ​ເປັນ 16,844 ໃນ​ວັນ​ທີ 29 ມັງ​ກອນວານນີ້ກໍ​ຕາມ ແຕ່ມັ​ນກໍຈະເປັນການ​ຫລຸດ​ລົງ​ຊົ່ວ​ຄາວ​ເທົ່າ​ນັ້ນແລ້ວມັນ​ຈະ​ເລີ້ມ​ມີ​ທ່າ​ອ່ຽງ​ສູງ​ຂຶ້ນ​ໄປ​ເລື້ອຍໆ​ ນັບ​ແຕ່​ທ້າຍ​ໄຕ​ມາດນີ້ ຈົນ​ເກືອບຮອດ 18,000 ກີບ​ຕໍ່​ໂດລາໃນໄຕ​ມາດ​ທີ 4 ຂອງ​ປີນີ້, ອີງ​ຕາມ​ເວັບ​ໄຊ​ທ໌ Trading Economics Laos Forecast (tradingeconomics.com) ສ່ວນ​ອັດ​ຕາ​ແລກ​ປ່ຽນເງິນ​ບາດຂອງ​ໄທຕໍ່​ເງິນ​ກີບນັ້ນຜັດ​ເພີ້ມ​ຂຶ້ນ​ໃນ​ໄລ​ຍະ 1 ເດືອນ​ຜ່ານ​ມານີ້ ຊຶ່ງ​ກໍ​ຄື​ຈາກ 502 ກີບ​ຕໍ່ 1 ບາດ ​ໃນ​ວັນ​ທີ 30 ທັນ​ວາ 2022 ຂຶ້ນ​ມາ​ເປັນ 513.92 ໃນ​ວັນ​ທີ 29 ມັງ​ກອນ, ອີງ​ຕາມ​ເວັບ​ໄຊ​ທ໌ Forbs Advisor https://www.forbes.com/advisor/money-transfer/currency-converter/thb-lak/?amount=1