Lao
This article was added by the user . TheWorldNews is not responsible for the content of the platform.

ບຸນ​ຊ່ວງ​ເຮືອ​ປະ​ຈຳ​ປີ​ທີ ​​ຢູ່ນະ​ຄອນ​ແຊນ​ດີ​ເອ​ໂກ ລັດ​ຄາ​ລິ​ຟໍ​ເນຍ

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວໃນຕ່າງແດນ ຂອງວີໂອເອ ສຳລັບແລງວັນພະຫັດມື້ນີ້ ເຮົາຈະນຳ ເອົາການໂອ້ລົມກັບ ທ່ານເພັດ ຣາດຊະວົງ ຄະນະກຳມະການຄົນນຶ່ງ ໃນຄະນະຈັດງານບຸນຊ່ວງເຮືອປະຈຳປີ 2022 ຢູ່ເມືອງແຊນດີເອໂກ ລັດຄາລິຟໍເນຍ ຊຶ່ງໃນປີນີ້ເປັນປີທີ 7 ທີ່ປະຊາຄົມລາວອາເມຣິກັນໃນຂົງເຂດນີ້ ໄດ້ພາກັນສະຫລອງມາ ແລະລາຍການບຸນຊ່ວງເຮືອສຳລັບປີນີ້ ມີຫຍັງແດ່ນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

ນາງ​ສາວ​ລາວ​ອາ​ເມ​ຣິ​ກັນ
ນາງ​ສາວ​ລາວ​ອາ​ເມ​ຣິ​ກັນ

ເປັນເວລາ 7 ປີ ທີ່ຜ່ານມາລະຫວ່າງເດືອນກັນຍາ ຫາເດືອນຕຸລາ ຢູ່ທີ່ອ່າວ Mission Bay ບ່ອນທີ່ມະຫາສະໝຸດປາ ຊິຟິກໄຫລເວີ້ງເຂົ້າມາໃນເຂດສວນສາທາລະນະ ຊື່ວ່າ Tecolote ທີ່ຕັ້ງຢູ່ແຄມປາກອ່າວໃນເຂດນະຄອນແຊນດີເອໂກ ລັດຄາລີຟໍເນຍ. ສະຖານທີ່ແຫ່ງນີ້ເປັນບ່ອນເໝາະສົມສຳລັບປະຊາຄົມທົ່ວໄປໃຊ້ເຮັດກິດຈະການຕ່າງໆ ໂດຍສະເພາະຢ່າງຍິ່ງປະຊາຄົມລາວອາເມຣິກັນ ທີ່ພາກັນຈັດບຸນຊ່ວງເຮືອປະຈຳປີ. ການຊ່ວງເຮືອໃນປີນີ້ຈະມີຂຶ້ນໃນວັນເສົາ ທີ 17 ເດືອນກັນຍາ ຈະມາເຖິງນີ້. ທ່ານເພັດ ຣາດຊະວົງ ກຳມະການຄົນນຶ່ງໄດ້ກ່າວສູ່ວີໂອເອ ຟັງວ່າ:

ສັນ​ຍາ​ລັກ​ບຸນ​ຊ່ວງ​ເຮືອ​ປະ​ຊາ​ຄົມ​ລາວ​ອາ​ເມ​ຣິ​ກັນ ທີ່​ນະ​ຄອນ​ແຊນ​ດີ​ເອ​ໂກ
ສັນ​ຍາ​ລັກ​ບຸນ​ຊ່ວງ​ເຮືອ​ປະ​ຊາ​ຄົມ​ລາວ​ອາ​ເມ​ຣິ​ກັນ ທີ່​ນະ​ຄອນ​ແຊນ​ດີ​ເອ​ໂກ

ການສະຫລອງບຸນປະເພນີປະຈຳປີຕ່າງໆຂອງປະຊາຄົມລາວ ຢູ່ໃນສະຫະລັດຕ້ອງໄດ້ອາໄສວັນພັກທ້າຍສັບ ປະດາ ແລະວັນພັກບຸນປະຈຳປີຕ່າງໆຂອງສະຫະລັດ. ເພາະສະນັ້ນ ການໃຊ້ສະຖານທີ່ແຫ່ງນີ້ຕ້ອງໄດ້ຈອງໄວ້ກ່ອນລ່ວງໜ້ານຶ່ງປີ ພ້ອມທັງມີການຈົກສະຫລາກວ່າຈະຖືກມື້ໃດ ແລະອາທິດໃດ ຊຶ່ງທ່ານເພັດ ກ່າວສູ່ຟັງວ່າ:

ເຮືອ​ຊ່ວງ​ລຳ​ນຶ່ງ​ທີ​ກຳ​ລັງ​ພາ​ກັນເຝິກ​ຊ້ອມ
ເຮືອ​ຊ່ວງ​ລຳ​ນຶ່ງ​ທີ​ກຳ​ລັງ​ພາ​ກັນເຝິກ​ຊ້ອມ

ແຕ່ລະປີມີຫລາຍທີມເຂົ້າຮ່ວມການແຂ່ງຂັນ ທີ່ມາຈາກປະຊາຄົມລາວອາເມຣິກັນ ປະຈຳທ້ອງຖິ່ນ ລັດໃກ້ຄຽງ ແລະເພື່ອນມິດຂອງປະຊາຄົມລາວອາເມຣິກັນ. ເຮືອແຕ່ລະລຳສາມາດໃສ່ສີພາຍໄດ້ 22 ຄົນ ຮວມທັງຄົນຂັດທ້າຍ ແລະ ຄົນຕີກອງນັ່ງຢູ່ຫົວເຮືອ ຊຶ່ງທ່ານເພັດໄດ້ອະທິບາຍມ້ວນທ້ານສູ່ ວີໂອເອ ຟັງດັ່ງນີ້:

ປ້າຍ​ໂຄ​ສະ​ນາ​ບຸນ​ຊ່ວງ​ເຮືອ​ປະ​ຈຳ​ປີ ນະ​ຄອນ​ແຊນ​ດີ​ເອ​ໂກ ລັດ​ຄາ​ລິ​ຟໍ​ເນຍ
ປ້າຍ​ໂຄ​ສະ​ນາ​ບຸນ​ຊ່ວງ​ເຮືອ​ປະ​ຈຳ​ປີ ນະ​ຄອນ​ແຊນ​ດີ​ເອ​ໂກ ລັດ​ຄາ​ລິ​ຟໍ​ເນຍ

ການແຜ່ລະບາດໂຄວິດ-19 ໄດ້ເຮັດໃຫ້ການສະຫລອງບຸນຊ່ວງເຮືອຢຸດເຊົາມາໄດ້ສອງປີ ບັດນີ້ປະຊາຄົມລາວອາເມຣິກັນ ມີໂອກາດມາສະຫລອງພົບພໍ້ກັນໃໝ່ອີກ. ບຸນອອກພັນສາຫລືບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດກັນມາ ຢູ່ໃນປະເທດລາວ ໂດຍສະເພາະຈັດຂຶ້ນຢູ່ລຳແມ່ນ້ຳຂອງ ໃນນະຄອນຫລວງຈັນ. ສຳລັບຢູ່ນະຄອນແຊນດີເອໂກ ມີບັນຍາກາດສິ່ງແວັດລ້ອມປະກອບໄປດ້ວຍຫາດຊາຍງາມ ສວນສາທາລະນະ ມີອາກາດອົບອຸ່ນ ພ້ອມທັງບ່ອນສະແດງສິນລະປະ ຫໍພິພິດທະພັນ ສວນດອກໄມ້ ແລະຖານທັບກຳປັ່ນພິຄາດ USS Midway ຂອງກອງທັບເຮືອສະຫລັດ.