Lao
This article was added by the user . TheWorldNews is not responsible for the content of the platform.

ບັນຫາຄວາມຍາກຈົນ ບວກໃສ່ກັບການປາບປາມຄ້າຢາເສບຕິດ ທີ່ມີປະສິດທິພາບຕ່ຳ ເປັນສາຍເຫດ ພາໃຫ້ຊາວໜຸ່ມລາວ ໄປພົວພັນກັບການລັກລອບຄ້າ ແລະເສບຢາເສບຕິດ ຫຼາຍຂຶ້ນ

ບັນຫາຄວາມຍາກຈົນຂອງປະຊາຊົນທ່າມກາງເສດຖະກິດຂະຫຍາຍ ຕົວນັບມື້ ນັບຝືດເຄືອງບວກໃສ່ກັບການປາບປາມການສໍ້ລາດບັງຫລວງ ໃນວົງການລັດຖະບານຍັງບໍ່ມີປະສິດທິຜົນສູງ ເຮັດໃຫ້ຄົນລາວ ໂດຍສະເພາະແມ່ນໄວໜຸ່ມ ໄປພົວພັນກັບການລັກລອບຄ້າ ແລະເສບຢາເສບຕິດຫລາຍຂຶ້ນເປັນພິເສດໃນ ໄລຍະ 3 ຫາ 4 ປີມານີ້ ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຂະນະ​ທີ່ຈີນ​ ແລະ​ໄທໄດ້ເພີ້ມຄວາມເຂັ້ມ​ງວດ ໃນ​ການກວດ​ກາ​ຢູ່​ຊາຍ​ແດນຂອງ​ເຂົາ​ເຈົ້າ​ທີ່​ຕິດ​ກັບ​ມຽນມາ ແລະມີການຈັບກຸມຜູ້ລັກລອບຂົນສົ່ງຢາບ້າ ຫຼື methamphetamine ​ທີ່ຜ່ານ​ປະ​ເທດ​ລາວ ຫລາຍ​ຂຶ້ນກໍຕາມ ແຕ່ຂະບວນການຄ້າຢາເສບຕິດຢູ່ໃນລາວ ປາກົດວ່າຍັງນັບມື້ ມີທ່າອ່ຽງເພີ້ມຂຶ້ນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວທ່ານນຶ່ງຍອມຮັບວ່າ ສະພາບການນັ້ນອາດເປັນຍ້ອນມີການພົວພັນຂອງເຈົ້າໜ້າທີ່ກ່ຽວຂ້ອງຢູ່ພາຍໃນລັດຖະບານຮູ້ເຫັນເປັນໃຈນໍາ ຊຶ່ງທ່ານໃຫ້ຂໍ້ສັງເກດວ່າ:

“ມັນກະບໍ່ຮູ້ກະບໍ່ຈັກຊິວ່າ ໂຕນີ້ມັນຫລາຍ ປາບປາມຈັ່ງໃດມັນກະບໍ່ໝົດນີ້ແຫລະ ກະມີ ມັນກະຮູ້ເຫັນເປັນໃຈກັບບາງສ່ວນ ພວກທີ່ຢູ່ນອກແຖວຫັ້ນແຫລະ”.

ທາງດ້ານຫ້ອງການ​ຢາ​ເສບ​ຕິດແລະ​ອາ​ຊະ​ຍາ​ກຳ​ຂອງອົງການ​ສະຫະ​ປະຊາ​ຊາດ ຫລື UNODC ກ່າວ​ວ່າ ເຄືອຂ່າຍຂອງແ​ກັ່ງຢາເສບຕິດ​ຂ້າມ​ຊາດ ທີ່​ຕັ້ງ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ມຽນມາ ທີ່​ບໍ່​ຖືກ​ກົດໝາຍ ໄດ້​ລັກລອບ​ຂົນ​ສົ່ງ​ຢາ​ບ້າ​ຜ່ານລາວຫລາຍ​ຂຶ້ນ ​ຢ່າງບໍ່​ເຄີຍ​ມີ​ມາ​ກ່ອນ. ຫ້ອງການດັ່ງກ່າວ ລາຍງານເມື່ອມໍ່ໆມານີ້ວ່າ ສປປ ລາວ ໄດ້ມີບົດບາດເພີ້ມຂຶ້ນໃນການເປັນທາງຜ່ານຂອງການລໍາລຽງ ຢາເສບຕິດຈາກເຂດສາມຫລ່ຽມຄໍາ ເຂົ້າໄປຫາໄທ ແລະພາກສ່ວນອື່ນຂອງຂົງ ເຂດແມ່ນໍ້າຂອງ ແລະເອເຊຍປາຊີຟິກ. ມີການຢຶດ​ຢາບ້າຫລື methamphetamine ແລະຢາ​ໄອ​ຊ໌ ໄດ້ເກືອບຮອດ 172 ໂຕນ ຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ ໃນປີ 2021. ໃນນັ້ນມີຢາບ້າຫລາຍກວ່າ 1 ຕື້ເມັດ ຊຶ່ງເປັນຈໍານວນທີ່ເພີ້ມຂຶ້ນ 7 ເທົ່າ ເມື່ອທຽບໃສ່ 10 ປີ ກ່ອນໜ້ານີ້. ທ່ານເຈີຣມີ ດັກກລາສ (Jeremy Douglas) ຜູ້​ຕາງໜ້າ​ຫ້ອງການຢາ​ເສບ​ຕິດ​ໃນ​ເອ​ເຊຍ​ຕ​າ​ເວັນ​ອອກ​ສຽງ​ໃຕ້ຂອງ UNODC ​ກ່າວວ່າ ເກີນກວ່າ 90 ເປີ​ເຊັນ​ຂອງຢາເສບຕິດທີ່ຢຶດໄດ້ນັ້ນ ແມ່ນມາ​ຈາກ​ເຂດ​ສາມ​ຫຼ່ຽມ​ຄຳ ທີ່​ເປັນ​ເຂດ​ຊາຍ​ແດນລະ​ຫວ່າງ ມຽນ​ມາ-ລາວ-ໄທ ນັ້ນ.

ສ່ວນເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງລາວ ກໍເວົ້າວ່າ ຕົນໄດ້ເລັ່ງການປາບປາມຂະບວນການຄ້າດັ່ງກ່າວນີ້ຫລາຍຂຶ້ນ ດັ່ງທີ່ພົນໂທ ວິໄລ ຫລ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບແລະຮອງນາຍົກລັດຖະມົນຕີຂອງລາວ ຢືນຢັນວ່າ:

“ມາເຖິງປັດຈຸບັນນີ້ພວກເຮົາແກ້ ອົງການສຶບສວນສອບສວນ ພວກເຮົາປັບປຸງຍົກລະດັບ ສ່ວນທີ່ພົວພັນການຄ້າການຂາຍເນາະ ການຢູ່ເບື້ອງໜ້າເບື້ອງຫລັງ ການບໍ່ມີຄວາມເປັນທໍາ ວ່າແຕ່ພວກເຮົາຮູ້ປະຕິບັດວິໄນໝົດ ດຽວນີ້ ບໍ່ຈົ່ງຈັກຄົນ ຊັ້ນສູງເທົ້າໃດ ກະຢ່າມັນ”

ແຕ່ຢ່າງໃດກໍຕາມການທີ່ສະພາບເສດຖະກິດຂອງລາວນັບມື້ນັບຝືດເຄືອງ ແລະ ໄພເງິນເຟີ້ນັບມື້ນັບເພີ້ມຂຶ້ນໃນໄລຍະ 3 ຫລື 4 ປີມານີ້ ເປັນສາຍເຫດຕົ້ນຕໍພາໃຫ້ຜູ້ຄົນທີ່ຫວັງເກງກໍາໄລສູງ ແລະ ຜູ້ທີ່ມາຈາກຄອບຄົວທຸກຍາກໃນລາວ ຫັນໄປຫາການຄ້າ ແລະເສບຢາເສບຕິດ ແລະພົວພັນກັບກຸ່ມແກັ່ງ​ຢາເສບຕິດ ເພີ້ມຂຶ້ນຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ຈະມີການກວດກາຢ່າງເຄັ່ງຄັດຂຶ້ນ ຂອງເຈົ້າໜ້າທີ່ກໍຕາມ ອີງຕາມການສັງເກດການຂອງພະນັກງານສະຖາບັນການເງິນເຂດພາກເໜືອ ທ່ານນຶ່ງທີ່ເວົ້າວ່າ:

“ແຕ່ກີ້ມັນກະເປັນນໍາເຈົ້າໜ້າທີ່ອໍານວຍຄວາມສະດວກເນາະ ກ່ຽວພັນກັນຫັ້ນລະ ດຽວນີ້ເຈົ້າໜ້າທີ່ເພິ່ນກະເຄັ່ງມາ ຂ່າວວ່າຈັບໄດ້ບ່ອນນັ້ນບ່ອນນີ້ຊັ້ນນະ ອົງການໂຕນີ້ຄັນໃຜເຮັດ ລະມັນກະອອກຍາກເດ, ບໍ່ມີກິນມີຢູ່ ກະສ່ຽງເອົາເຮັດເນາະ ສ່ຽງຕາຍໄປຫັ້ນ ລອດກະຖືວ່າລອດ ຄັນບໍ່ລອດກະບໍ່ລອດ”.

ທ່ານກ່າວຕໍ່ໄປວ່າ ສະພາບການສໍ້ລາດບັງຫລວງຂອງເຈົ້າໜ້າທີ່ກ່ຽວຂ້ອງ ທີ່ຍັງມີຢູ່ ບວກກັບຄວາມທຸກຍາກຂອງພວກຊາວໜຸ່ມທີ່ມາຈາກຄອບຄົວຂາດເຂີນ ໄດ້ຜັກດັນໃຫ້ຜູ້ທີ່ບໍ່ມີທາງເລືອກ ຫັນໄປເພິ່ງພາຢາເສບຕິດເພີ້ມຂຶ້ນ ດັ່ງທີ່ທ່ານບອກວ່າ:

“ຄົນເຮົາທີ່ຢູ່ອຸດົມໄຊນີ້ຄົນກິນຫລາຍຄົນຂາຍກະຫລາຍຫັ້ນນະ ແຕ່ວ່າພວກຕໍາຫລວດນີ້ເຂົາກະເມື່ອຍລະເນາະ ເອົາເຂົ້າຄຸກເຂົາກະແມ່ນແຕ່ໜ້າເກົ່າຢູ່ຕະຫຼອດ ອອກໄປມັນລະຊິປ່ຽນຊິແປງບໍ່ ມັນກະຄືເກົ່າຢູ່ມັນແຫ່ງແຜ່ລາມໄປ ດຽວນີ້ ເດັກ ນ້ອຍອາຍຸສິບສອງປີກະກິນນະ ປະໂທ໊ໆໆ ເຂົາຄືວ່າແຫລະຜູ້ຊ່າງເຮັດຊ່າງໄປເພິ່ນກະບໍ່ໄດ້ຢ້ານຊັ້ນນະ ເປັນມາເພິ່ນກະເອົາເງິນຖົມຫັ້ນລະ ມັນທຸກມັນຍາກຫລາຍ ຜູ້ໃດກະຜູ້ບໍ່ຢ້ານນະ ດຽວນີ້ກົດໝາຍ ກະພໍຊໍ່ານີ້ ບາງຄົນກະວ່າເຂົ້າຄຸກໄດ້ ກະຍັງມີເຂົ້າກິນດີກວ່າຢູ່ທາງນອກ ອຶດໆຢາກໆ ມີບາງຄົນວ່າແນວນັ້ນໃດ”.

ສະຫລຸບແລ້ວສະພາບຄວາມທຸກຈົນຂອງຄອບຄົວທີ່ຂາດເຂີນທ່າມກາງສະພາບ ເສດຖະກິດນັບມື້ນັບຝືດເຄືອງ ບວກກັບການປາບປາມການສໍ້ລາດບັງຫລວງໃນວົງການລັດ ຍັງບໍ່ທັນມີປະະສິດທິພາບສູງ ຂະນະທີ່ເຄືອຂ່າຍຄ້າຢາເສບຕິດຂ້າມຊາດຜ່ານລາວນັ້ນ ນັບມື້ເຂັ້ມແຂງຂຶ້ນ ໄດ້ເປັນປະເດັນຜັກດັນ ໃຫ້ຊາວໜຸ່ມລາວ ຈໍານວນນຶ່ງ ຫັນໄປເພິ່ງພາຢາເສບຕິດຫລາຍຂຶ້ນ.