Lao
This article was added by the user . TheWorldNews is not responsible for the content of the platform.

ບັນຫາການບໍລິການ ຂາຍປີ້ລົດໄຟຄວາມໄວສູງ ລາວ-ຈີນ ຍັງສືບຕໍ່ມີຂຶ້ນ ແລະ ຍັງເປັນທີ່ຈະຕ້ອງໄດ້ດຳ​ເນີນການແກ້ໄຂອັນຮີບດ່ວນ

ບັນຫາໃນການບໍລິການຂາຍປີ້ລົດໄຟຄວາມໄວສູງ ລາວ-ຈີນ ຍັງສືບຕໍ່ມີຂຶ້ນ ແລະຍັງເປັນທີ່ຈະຕ້ອງໄດ້ດໍາເນີນການແກ້ໄຂອັນຮີບດ່ວນ ຊຶ່ງກິ່ງສະ​ຫວັນ ມີລາຍລະອຽດເລື້ອງນີ້ ຈາກ​ນັກ​ຂ່າວ​ຂອງ​ເຮົາມາສະເໜີທ່ານໃນອັນດັບຕໍ່ໄປ.

ເສັ້ນທາງລົດໄຟຄວາມໄວສູງ ອັນເປັນປະຫວັດສາດຂອງລາວ ໄດ້ເປີດບໍລິການ ມາໄດ້ 10 ເດືອນແລ້ວ ແຕ່ຄວາມສະດວກໃນດ້ານການບໍລິການຂາຍປີ້ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ແກ່ຜູ້ໂດຍສານ ຍັງສືບຕໍ່ເປັນບັນຫາຕົ້ນຕໍ ແມ່ນການບໍລິການຂາຍປີ້ ກໍອະນຸຍາດໃຫ້ຄົນຈອງ ແລະຊື້ປີ້ລົດໄຟໃນຈໍານວນ ຈໍາກັດ ແລະເວລາ ຫລືຕາຕະລາງເປີດຂາຍປີ້ ກໍຈໍາກັດເຊັ່ນກັນ ດັ່ງການໃຫ້ສໍາ ພາດ ຂອງພະນັກງານອາວຸໂສໃນພະແນກໂຍທາ ແລະຂົນສົ່ງທ່ານນຶ່ງ ຂອງນະຄອນຫລວງວຽງຈັນວ່າ:

ດັ່ງທີ່ວີໂອເອໄດ້ລາຍງານໄປໃນເດືອນກໍລະກົດນັ້ນ ທີ່ຜ່ານມາໄດ້ມີຂະ​ບວນ​ການ​ເກັງ​ກຳ​ໄລ ຈາກການຊື້​ປີ້ລົດ​ໄຟ​ດັ່ງ​ກ່າວໃນລາຄາແທ້ໄວ້ແລ້ວ ​ບວກ​ເພີ້ມ​ຂຶ້ນອີກ ປະມານ 30,000 ກີບ ​ຫາ 50,000 ກີບ ຊຶ່ງໃນໄດ້ເຮັດໃຫ້ຫົວໜ້າກົມຕໍາຫຼວດ ຂອງລົດໄຟໃນກະຊວງໂຍທາ ແລະຂົນສົ່ງ ອອກມາດຕະການກວດກາຢ່າງເຂັ້ມງວດ ເພື່ອສະກັດກັ້ນບັນຫາດັ່ງກ່າວ ແຕ່ເນື່ອງຈາກວ່າ ທາງການຂອງບໍລິສັດ ລົດໄຟຄວາມໄວສູງຍັງບໍ່ມີວິທີຮອງຮັບ ເຊັ່ນ ການ​ຈອງ​ປີ້​ໂດ​ຍ​ສານ​ດ້ວຍ​ລະ​ບົບ Online ຫລື Appplication ຈຶ່ງສົ່ງຜົນກະທົບເຮັດໃຫ້ຜູ້ໂດຍສານ ທີ່ຢາກເດີນ ທາງເປັນກຸ່ມຫລາຍຄົນນັ້ນປະສົບກັບຄວາມຫຍຸ້ງຍາກດັ່ງທີ່ພະນັກງານຂັບລົດເມຂອງລັດວິສາຫະກິດແຫ່ງນຶ່ງ ທີ່ໃຫ້ບໍລິການແກ່ຜູ້ໂດຍສານທີ່ໄປຊື້ປີລົດໄຟດັ່ງ ກ່າວເປັນປະຈໍາບອກວ່າ ການບໍລິການຊື້ຂາຍປີ້ລົດໄຟຍັງເປັນໄປແບບຮູບເດີມແບບປະຖົມປະຖານ ແລະເປີດຂາຍໃນໄລຍະທີ່ຈໍາກັດຢູ່ ໂດຍບໍ່ໄດ້ ເປີດບໍລິ ການຕະຫລອດມື້ ຊຶ່ງຜູ້ກ່ຽວໃຫ້ ຄໍາເຫັນດັ່ງນີ້:

“ຫົກໂມງ ແລະກະເຈັດໂມງ, ແຫລະກະຕອນທ່ຽງ ບ່າຍໂມງເຄິ່ງ ແລະກະຕອນແລງ. ທໍາມະດາໃຫ້ມີໃບອັນນັ້ນ ໃບສັກຢາ ແລະທ່ານຈ່ອງໄດ້ແຕ່ຫ້າປີ້ ກາຍນັ້ນລະໃຫ້ຄົນອື່ນ ແຫລະກະແບ່ງກັນ”

ແຕ່ຢ່າງໃດກໍຕາມການຂົນສົ່ງຄົນໂດຍສານຜ່ານທາງລົດໄຟລາວ-ຈີນ ທີ່ມີມູນຄ່າ ເກືອບຮອດ 6 ຕື້ໂດລານີ້ ຍັງບໍ່ໄດ້ເປັນແຮງກະຕຸ້ນເຮັດໃຫ້ຂະແໜງການ ທ່ອງ ທ່ຽວຂະຫຍາຍໂຕໄດ້ຫລາຍປານໃດ ທັງນີ້ກໍຍ້ອນວ່າ ການກໍານົດຄ່າໂດຍບວກກັບການບໍລິການຊັກຊ້າຂາດຄວາມໂປ່ງໃສ ລວມທັງວິທີແນວທາງທີ່ ມີການເອົາປຽບ ຈາກທີ່ຄວບຄຸມໂດຍນັກລົງທຶນຈີນ ລວມທັງອັດຕາແລກປ່ຽນ ລະຫວ່າງເງິນກີບ ແລະຢວນ ທີ່ເຮັດໃຫ້ການຂຶ້ນຄ່າໂດຍສານແບບກະທັນຫັນ. ສະພາບການນີ້ ເຮັດໃຫ້ມີການເດີນທາງຂອງຄົນໂດຍສານ ບໍ່ສະໝໍ່າສະເໝີ ແລະເຮັດໃຫ້ ບັນດາຜູ້ປະກອບການທຸລະກິດບໍລິການນັກທ່ອງທ່ຽວປະສົບບັນ ຫາດັ່ງທີ່ທ່ານ ປ.ອ. ວາລີ ເວດຊະພົງ, ສະມາຊິກສະພາປະຈໍານະຄອນຫລວງວຽງຈັນ ຍົກຂໍ້ຂ້ອງໃຈຂອງປະຊາຊົນໄປສະເໜີຕໍ່ກອງປະຊຸມສະໄໝສາມັນ ຄັ້ງທີ 3 ຂອງສະພາແຫ່ງຊາດຊຸດທີ 9 ໃນເດືອນກໍລະກົດຜ່ານມາ.

ນອກຈາກນັ້ນ ທາງລົດໄຟທີ່ວ່ານີ້ ກໍຍັງບໍ່ທັນໄດ້ເປັນປັດໄຈອັນສໍາຄັນທີ່ນໍາເອົານັກທ່ອງທ່ຽວຕ່າງຊາດ ໂດຍສະເພາະ ແມ່ນນັກທ່ອງທ່ຽວຈາກຈີນນັ້ນ ເຂົ້າມາ ລາວຢ່າງຫລວງຫລາຍດັ່ງທີ່ລັດຖະບານລາວຄາດຫວັງໄວ້ເລີຍ. ທັງນີ້ ກໍເປັນຍ້ອນນະໂຍບາຍຈໍາກັດດ້ານພະຍາດໂຄວິດທີ່ເຂັ້ມງວດຂອງລັດຖະບານຈີນທີ່ເອີ້ນວ່າ Zero-Covid Policy ຊຶ່ງນອກຈາກການປິດເມືອງ ເຊັ່ນນະຄອນຊຽງໄຮ ແລະເມືອງອື່ນເປັນໄລຍະນຶ່ງໃນຕົ້ນເດືອນນີ້ ແລ້ວກໍຍັງຫ້າມຄົນ ເດີນທາງເຂົ້າ-ອອກປະເທດອີກ ຖ້າບໍ່ຈໍາເປັນ. ສະພາບການນີ້ເຮັດໃຫ້ການບໍລິການຂອງລົດໄຟ ບໍ່ໄດ້ຮັບຜົນຢ່າງເຕັມເມັດເຕັມໜ່ວຍດັ່ງ ພະນັກງານຂັບລົດເມລັດວິສາ ຫະກິດທີ່ກ່າວມາຂ້າງເທິງນັ້ນ ເລົ່າສູ່ຟັງຄົນໂດຍສານທີ່ມາຈາກຊາຍແດນລາວ-ຈີນ ທີ່ຢູ່ທາງເໜືອມາຫາ ແຂວງວຽງຈັນແມ່ນຍັງບໍ່ເຕັມຊຶ່ງທ່ານ ກ່າວດັ່ງນີ້:


ບໍ່ເຕັມບໍ່ມີຊັ້ນນະ ອ້າວຄົົນຈີນເຂົາກະວ່າຍັງບໍ່ທັນເປີດປະເທດ ບໍ່ທັນໄດ້ເຄຣຍເທື່ອ.

ສະຫລຸບແລ້ວ ການໃຫ້ການບໍລິການຂາຍປີ້ລົດໄຟຄວາມໄວສູງລາວ-ຈີນ ຍັງມີບັນຫາຢ່າງຕໍ່ເນື່ອງຊຶ່ງທາງເຈົ້າໜ້າທີ່ບໍລິຫານລົດໄຟ ຍັງບໍ່ດໍາເນີນການແກ້ໄຂ ເທົ່າທີ່ຄວນເຮັດໃຫ້ການບໍລິການມີຄວາມວ່ອງໄວທັນການແລະມີລະບົບບໍລິການ ທີ່ທັນສະໄໝທຽບທັນກັບສາກົນເທື່ອ ເຖິງແມ່ນວ່າໄດ້ເປີດບໍລິການມາໄດ້ເກືອບຮອດປີນຶ່ງ ແລ້ວກໍຕາມ.