Lao
This article was added by the user . TheWorldNews is not responsible for the content of the platform.

ບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງ ຈະຕ້ອງຮ່ວມມືກັນສະກັດກັ້ນ ແລະປາບປາມການລັກລອບຂົນສົ່ງສານເຄມີ ທີ່ເປັນສ່ວນຜະສົມການຜະລິດຢາເສບຕິດ

ລັດຖະມົນຕີໄທຢືນຢັນວ່າ 6 ປະເທດໃນເຂດລຸ່ມແມ່ນໍ້າຂອງ ຈະຕ້ອງຮ່ວມມືກັນຢ່າງແທ້ຈິງເຂົ້າໃນການສະກັດກັ້ນ ແລະປາບປາມການລັກລອບຂົນສົ່ງສານເຄມີຕັ້ງຕົ້ນ ທີ່ເປັນສ່ວນຜະສົມໃນການຜະລິດຢາເສບຕິດ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານສົມສັກ ເທບສຸທິນ, ລັດຖະມົນຕີກະຊວງຍຸຕິທໍາຂອງໄທຖະແຫຼງວ່າ ການລັກລອບຄ້າຢາເສບຕິດ ໃນເຂດລຸ່ມແມ່ນໍ້າຂອງທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍສະ ເພາະຢູ່ໃນເຂດສາມຫຼ່ຽມຄໍາ ເຊິ່ງເປັນຊາຍແດນໃນແມ່ນໍ້າຂອງລະຫວ່າງມຽນມາ-ລາວ-ໄທ ກໍຖືເປັນເຂດທີ່ມີການຜະລິດຢາເສບຕິດຫຼາຍທີ່ສຸດ ເຊິ່ງເຫັນໄດ້ຈາກການປາບປາມການຄ້າຢາເສບຕິດໄດ້ເກີນກວ່າ 1 ແສນກໍລະນີ ແລະຈັບຜູ້ຕ້ອງຫາສະເພາະໃນໄທໄດ້ຫຼາຍກວ່າ 1 ແສນຄົນໃນຮອບ 1 ປີທີ່ຜ່ານມາ, ແລະປະເມີນວ່າການຜະລິດຢາເສບຕິດຢູ່ສາມຫຼ່ຽມຄໍາມີມູນຄ່າເຖິງ 1 ຮ້ອຍ​ພັນລ້ານໂດລາຕໍ່ປີນັ້ນກໍເພາະວ່າ ຍັງມີການລັກລອບຂົນສົ່ງສານເຄມີຕັ້ງຕົ້ນເພື່ອຕອບສະໜອງໃຫ້ກັບໂຮງງານຜະລິດຢາເສບຕິດໄດ້ຢ່າງຫຼວງຫຼາຍ ໂດຍສະເພາະແມ່ນໂຊດຽມໄຊຍາໄນຕ໌ ທີ່ເປັນສານເຄມີສ່ວນຜະສົມການຜະລິດຢາບ້າ ແລະຢາໄອຊ໌ນັ້ນ ຈະຕ້ອງມີການສະກັດກັ້ນຢ່າງແທ້ຈິງ ເພື່ອບໍ່ໃຫ້ເລັດລອດເຂົ້າໃນເຂດສາມຫຼ່ຽມຄໍາຢ່າງເດັດຂາດ, ດັ່ງທີ່ທ່ານສົມສັກ ໃຫ້ການຢືນຢັນວ່າ:

“ເຮົາກໍລະງັບການນໍາເຂົ້າ-ສົ່ງອອກ, ການນໍາເຂົ້າໃນປະເທດທີ່ມີຄວາມຈໍາເປັນນີ້ກໍປະມານ 300 ກວ່າໂຕນ ແຕ່ໃນປະເທດເຮົາສັ່ງເຂົ້າມາປະມານ 1,150 ກວ່າໂຕນ, ໃນ 1,150 ກວ່າໂຕນນີ້ ສ່ວນທີ່ເກີນຈາກ 310 ໂຕນ ກໍສົ່ງອອກໄປປະເທດເພື່ອບ້ານ-ມຽນມາ, ນະຈຸດນີ້ເຮົາຈະຫ້າມສົ່ງອອກ.”

ສ່ວນ ທ່ານເຈເຣມີ ດັກ​ແກລສ (Jeremy Douglas) ຜູ້ຕາງໜ້າອົງການ UNODC ໃນເອເຊຍຕາເວັນອອກສຽງໃຕ້ ແລະປາຊີຟິກ ໄດ້ໃຫ້ການຢືນຢັນວ່າ ສານໂຊດຽມໄຊຍາໄນຕ໌ 1 ກິໂລກຣາມ ສາມາດເປັນສ່ວນຜະສົມໃນການຜະລິດຢາບ້າໄດ້ເຖິງ 22,000 ເມັດ ແລະຢາໄອຊ໌ 440 ກຣາມ, ແຕ່ເນື່ອງຈາກວ່າ ສານເຄມີດັ່ງກ່າວຍັງບໍ່ເປັນສານຕ້ອງຫ້າມໃນທັງ 6 ປະເທດໃນລຸ່ມແມ່ນໍ້າຂອງ ຈຶ່ງເປັນການຍາກທີ່ຈະຄວບຄຸມ ແລະສະກັດກັ້ນການລັກລອບຂົນສົ່ງສານເຄມີດັ່ງກ່າວໄປຕອບສະໜອງໃຫ້ກັບໂຮງງານຜະລິດຢາເສບຕິດໃນເຂດສາມຫຼ່ຽມຄໍານັ້ນເອງ.

ຍິ່ງໄປກວ່ານັ້ນ, ການປາບປາມການຄ້າຢາເສບຕິດຢ່າງເຂັ້ມງວດໃນປະເທດໄທ ຍັງໄດ້ສົ່ງຜົນເຮັດໃຫ້ຂະບວນການຄ້າຢາເສບຕິດຂ້າມຊາດ ໄດ້ຫັນໄປນໍາໃຊ້ປະ ເທດລາວເປັນເສັ້ນທາງຜ່ານຂອງການຂົນສົ່ງສານເຄມີແລະຢາເສບຕິດຈາກເຂດສາມຫຼ່ຽມຄໍາໄປຕ່າງປະເທດເພີ້ມຂຶ້ນນັບມື້ ໂດຍສາເຫດທີ່ເຮັດໃຫ້ຈັດຕັ້ງໄດ້ດັ່ງ ກ່າວກໍເພາະວ່າ ແກັ່ງຄ້າຢາເສບຕິດໃນລາວນັ້ນໄດ້ກາຍເປັນເຄືອຂ່າຍດຽວກັນກັບໃນມຽນມາແລ້ວ ໂດຍສະເພາະແມ່ນແຂວງບໍ່ແກ້ວກໍຄືເຂດເຊື່ອມຕໍ່ສໍາຄັນສຸດ ລະ ຫວ່າງລາວກັບ ມຽນມາ ຈີນ ຫວຽດນາມ ກໍາປູເຈຍ ແລະໄທ, ໃນຂະນະທີ່ການ ຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການປາບປາມການຄ້າຢາເສບຕິດໃນລາວ ນັບຈາກເດືອນກໍລະກົດປີ 2021 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ກໍດໍາເນີນໄປພາຍໃຕ້ສະພາວະຂາດແຄນງົບປະມານຢ່າງໜັກໜ່ວງ ແລະເຮັດໃຫ້ພາກສ່ວນທີ່ຮັບ ຜິດຊອບໃນການປາບປາມ ບໍ່ສາມາດປະຕິບັດໄດ້ເທົ່າທັນກັບການເຄື່ອນໄຫວຂອງຂະບວນການຄ້າຢາເສບຕິດຂ້າມຊາດ, ທັງຍັງກະທົບຕໍ່ປະສິດທິພາບການປະຕິບັດງານຂອງທຸກພາກສ່ວນທີ່ກ່ຽວຂ້ອງອີກດ້ວຍ ເຊິ່ງເຫັນໄດ້ຈາກການຈັດຕັ້ງປະຕິບັດໄດ້ສະເພາະລະດັບທ້ອງຖິ່ນໃນລາວເທົ່ານັ້ນ, ດັ່ງທີ່ເຈົ້າໜ້າທີ່ລາວໄດ້ຢືນຢັນວ່າ:

“ພວກເຮົາໄດ້ຕິດຕາມ-ກວດກາຄືນບັນດາເປົ້າໝາຍທີ່ໄດ້ເຮັດບົດບັນທຶກຮ່ວມກັບເຂົາເຈົ້າຫັ່ນເນາະ ກໍກວດກາຄືນວ່າເຂົາເຈົ້າຍັງສືບຕໍ່ບໍ ຫຼືຢຸດເຊົາ, ຜ່ານການຕິດ ຕາມ-ກວດກາມາຮອດປັດຈຸບັນເຫັນວ່າ ໃນແຕ່ລະບ້ານກໍໄດ້ເອົາໃຈໃສ່ ໂດຍສະ ເພາະອໍານາດການປົກຄອງຂັ້ນບ້ານ ເຈົ້າໜ້າທີ່ ປກສ-ປກຊ. ຢູ່ຂັ້ນບ້ານເຂົາກໍໄດ້ຕິດຕາມເບິ່ງ ເຫັນວ່າກຸ່ມເປົ້າໝາຍ ບຸກຄົນທີ່ນອນໃນເປົ້າໝາຍດັ່ງກ່າວຫັ່ນກໍໄດ້ມີທ່າອ່ຽງຫຼຸດລົງເນາະ ແລະພວກເສບເຫັນວ່າຫຼຸດໜ້ອຍຖອຍລົງ ພວກຂາຍກໍຫຼຸດລົງເນາະໃນການເຄື່ອນໄຫວຄ້າຂາຍຫັ່ນ.”

ໂດຍກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຂຶ້ນບັນຊີລາຍຊື່ຂອງນັກຄ້າຢາເສບຕິດທີ່ເປັນເປົ້າໝາຍໃນການຕິດຕາມຈັບກຸມ 2,299 ຄົນ, ພ້ອມກັນນີ້ກໍຍັງໄດ້ອອກໝາຍຈັບຜູ້ຕ້ອງຫາໃນຄະດີຢາເສບຕິດເພີ້ມຂຶ້ນອີກ 100 ກວ່າຄົນ ສ່ວນການຮ່ວມລາດຕະເວນໃນແນວແມ່ນໍ້າຂອງລະຫວ່າງທາງການຕໍາຫຼວດ ຈີນ-ມຽນມາ-ລາວ-ໄທ ໃນ 1 ປີທີ່ຜ່ານມານັ້ນ ສາມາດປາບປາມການລັກລອບຄ້າຢາເສບຕິດໄດ້ 8,325 ກໍລະນີ, ຈັບຜູ້ຕ້ອງຫາໄດ້ 8,043 ຄົນ, ຢຶດຢາບ້າກັບຢາໄອຊ໌ໄດ້ຫຼາຍກວ່າ 171 ໂຕນ ພ້ອມທັງອາວຸດ ແລະອຸປະກອນສື່ສານທັນສະໄໝເກີນກວ່າ 2 ໝື່ນລາຍການ, ໂດຍໃນນີ້ເກີນກວ່າ 90 ເປີເຊັນເປັນການຈັບຢູ່ໃນເຂດສາມຫຼ່ຽມຄໍາ.