Lao
This article was added by the user . TheWorldNews is not responsible for the content of the platform.

ບັນ​ດາ​ຜູ້​ອະ​ວຸ​ໂສ ລາວ​ອາ​ເມ​ຣິ​ກັນ ຮຽນໃຊ້ໂທ​ລະ​ສັບ​ມື​ຖື​ອາຍ​ໂຟນ ເພີ້​ມ​ເຕີມ

​ທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວໃນ​ຕ່າງ​ແດນ ຂອງວີ​ໂອ​ເອ​ປະ​ຈຳແລງ​ວັນ​ພະ​ຫັດມື້​ນີ້ ເ​ຮົາຈະ​ນຳເອົາ​ເລື້ອງ​ພວກ​ຜູ້​ອະ​ວຸ​ໂສ ທີ່​ນະ​ຄອນຟິ​ລາ​ແດລ​ເຟຍ ລັດ​ເພັນ​ຊີລ​ເວ​ເນຍ ​ຮຽນ​ໃຊ້​ໂທ​ລະ​ສັບ​ມື​ຖືຫຼື IPhone ໂດຍຄະ​ນະ​ກຳ​ມະ​ການຂອງ​ອົງ​ການ Lao in the House ​ຊຶ່ງ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ໂທ​ລະ​ສັບ​ມື​ຖື ຫລື I-Phone ແມ່ນ​ອຸບ​ປະ​ກອນ​ທັນ​ສະ​ໄໝຫລ້າ​ສຸດ​ຂອງ​ສັດ​ຕະ​ວັດ ທີ 21. ​ບັນ​ດາຜູ້​ໃຊ້​ສາ​ມາດ​ລົມກັນໄດ້​ດ້ວຍຫລາຍ​ວິ​ທີທາງ ເຊັ່ນ​ປາກ​ເວົ້າທຳ​ມະ​ດາ​ ລົມ​ກັນ​ທາງ​ຮູບ​ພາບ ສົ່ງ​ຮູບ​ພາບ​ໃຫ້​ກັນເບິ່ງ ບໍ່​ວ່າຈະ​ຢູ່​ໃກ້ ແລະ​ໄກ​. ​ໂທ​ລະ​ສັບ​ມື​ຖືແມ່ນ​ເຄື່ອງ​ມື​ພິ​ເສດ ທີ່​ເຮັດ​ໃຫ້​ມະ​ນຸດ​ສາ​ມາດ​ຫຍັບ​ເຂົ້າ​ໃກ້​ຫາ​ກັນ ແລະ​ສົ່ງ​ຂ່າວ​ຫາ​ກັນ​ໄດ້​ໃນ​ທັນ​ທີ. ​ປັດ​ຈຸ​ບັນ​ນີ້​ມີ​ຜູ້​ໃຊ້ໂທ​ລະ​ສັບ​ມື​ຖື​ຢູ່​ທົ່ວ​ໂລກ​ຫລາຍກວ່າ 1 ພັນ​ 5 ຮ້ອຍລ້ານ​ໜ່ວຍ​ໃນ​ປີ 2023. ເຖິງ​ແມ່ນ​ວ່າໂທ​ລະ​ສັບ I-phone ທັນ​ສະ​ໄໝ​ນີ້ສາ​ມາດ​ປະ​ຕິ​ບັດ​ງານ​ໄດ້​ຫລາຍໆ​ຢ່າງ ແຕ່​ຜູ້​ຊົມ​ໃຊ້​ຫລາຍໆ​ຄົນ ຍັງ​ບໍ່​ສາ​ມາດ​ຮູ້​ຈັກ​ໃຊ້​ໂທ​ລະ​ສັບ​ດັ່ງ​ກ່າວ​ນີ້ໄດ້​ທຸກ​ຢ່າງ ໂດຍ​ສະ​ເພາະ​ບັນ​ດາ​ຜູ້​ອາ​ວຸ​ໂສ ທີ່ບໍ່ວ່ອງ​ໄວ​ທາງ​ດ້ານເທັກ​ໂນ​ໂລ​ຈີ​ສະ​ໄໝ​ໃໝ່.

ເບິ່ງ​ ເບິ່ງ ຂ້ອຍ​ຮູ້​ຈັກ​ສົ່ງ​ຮູບ​ໃຫ້​ລູກ​ຫລານ​ເປັນ​ແລ້ວ
ເບິ່ງ​ ເບິ່ງ ຂ້ອຍ​ຮູ້​ຈັກ​ສົ່ງ​ຮູບ​ໃຫ້​ລູກ​ຫລານ​ເປັນ​ແລ້ວ

ເພາະ​ສະ​ນັ້ນ​ ອົງ​ການ “Lao in the house” ​ເປັນ​ອົງ​ການ​ຈັດ​ຕັ້ງ​ປະ​ຊາ​ຄົມ​ລາວ​ທີ່​ບໍ່ຫວັງ​ຜົນ​ກຳ​ໄລ ໄດ້​ເລີ້ມ​ສິດ​ສອນ​ບັນ​ດາ​ຜູ້ອະ​ວຸ​ໂສໃຫ້ຮຽນ​ຮູ້ການໃຊ້​ໂທ​ລະ​ສັບ I-Phone ​ຫ​ລາຍ​ຂຶ້ນ ແທນ​ທີ່​ແຕ່ຮູ້​ຈັກ​ ໃຊ້ໂທໂອ້​ລົມກັນແບບ​ທຳ​ມະ​ດາເທົ່າ​ນັ້ນ ແຕ່​ບໍ່​ຮູ້​ຈັກ​ໃຊ້ໄປ​ບ່ອນ​ອື່ນໆ ເຊັ່ນ​ເບິ່ງ​ເຫັນ​ໜ້າ​ກັນ​ໄດ້ ຫລື face time ສົ່ງ​ຮູບ​ໃຫ້​ກັນ​ເບິ່ງ. ຍາ​ນາງ​ດາ​ຣາ ສະ​ຕິກ​ລິດ ນາຍ​ຄູ​ສອນ ແລະ​ຄະ​ນະ​ກຳ​ມະ​ການ ອົງ​ການ Lao in the House ຄົນນື່ງ​ໄດ້​ກ່າວ​ຕໍ່ ວີ​ໂອ​ເອ ກ່ຽວ​ກັບ​ໂຄ​ງ​ການ​ສອນ​ການ​ໃຊ້​ໂທ​ລະ​ສັບ I-Phone ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້.

ທ່ານ​ພູ​ທອນ ວິ​ໄລ​ວົງ ອາ​ຍຸ 66 ປີ ​ໄດ້​ໃຊ້​ໂທ​ລະ​ສັບ​ມື​ຖື​ມາ​ເປັນ​ເວ​ລາ​ຫລາຍ​ປີ ແລະ​ພຽງ​ແຕ່ຮູ້​ຈັກໃຊ້ໂທ​ໄປຫາ​ຍາດ​ຕິ​ພີ່​ນ້ອງ ແລະ​ເພື່ອນ​ຝູງ​ໃນ​ເວ​ລາຕ້ອງ​ການ ແຕ່​ບໍ່​ສາ​ມາດຊ​ອກ​ໄປ​ເບິ່ງ​ບ່ອນ​ອື່ນໆ​ໄດ້. ທ່ານ​ໄດ້​ສະ​ແດງ​ຄວາມ​ຮູ້​ສຶກດີ​ໃຈ​ທີ່​ໄດ້ຄົ້ນ​ພົບ ແລະຮຽນ​ຮູ້​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

​ຍາ​ນາງ​ແກ້ວດວງ​ສີ ວິ​ໄລ ກໍ​ແມ່ນ​ຜູ້​ນຶ່ງ​ໃນ​ຈຳ​ນວນ​ບັນ​ດາ​ແມ່​ຍິງ​ລາວ​ອາ​ເມ​ຣິ​ກັນ ຫລາຍ​ສິບ​ຄົນ​ທີ່​ໄດ້​ພາ​ກັນ​ມາອົບ​ຮົ​ມ​ຮ່ຳຮຽນ​ໃຊ້​ໂທ​ລະ​ສັບ​ມື​ຖື ທີ່​ບໍ່ເຄີຍ​ມີ​ອາ​ສາ​ສະ​ໝັກຄົນ​ໃດ ໄດ້​ສະ​ຫລະ​ເວ​ລາ​ມາ​ສິດ​ສອນ​ມາ​ກ່ອນ. ​ຍາ​ນາງ​ແກ້ວດວງ​ສີ ໄດ້​ສະ​ແດງ​ຄວາມ​ຕື່​ນ​ເຕັ້ນດີ​ໃຈ​ເ​ປັນ​ຢ່າງ​ຍິງ​ ຊຶ່ງ​ບັດ​ນີ້​ສາ​ມາດ​ຮູ້​ຈັກ​ໃຊ້​ຫລາຍ​ຂຶ້ນ ຊຶ່ງ​ຍາ​ນາງ ໄດ້​ກ່າວສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ການ​ໃຊ້​ໂທ​ລະ​ສັບ​ມື​ຖື ເປັນ​ພຽງ​ເຄື່ອ​ງ​ໃຊ້​ອີ​ເລັກ​ໂຕ​ຣ​ນິດ​ຊະ​ນິດ​ນຶ່ງ​ເທົ່າ​ນັ້ນ ທີ່​ຫລາຍໆ​ຄົນຍັງ​ມີ​ຂອບ​ເຂດ​ຈຳ​ກັດ​ໃນ​ການ​ໃຊ້ ໂດຍ​ສະ​ເພາະ​ບັນ​ດາ​ຜູ້​ອະ​ວຸ​ໂສ. ນ​ອກເໜືອ​ໄປ​ກວ່າ​ນັ້ນ​ຍັງ​ມີ​ເຄື່ອງ​ໃຊ້​ອີ​ເລັກ​ໂຕ​ຣ​ນິກ ອີກຫລ​າຍ​ຢ່າງ​ທີ່​ຫລາຍໆ​ຄົນ​ຍັງ​ບໍ່ເຂົ້າ​ໄປ​ເຖິງ ແລະ​ຕ້ອງ​ໄດ້​ຮຽນ​ໃຊ້.