Lao
This article was added by the user . TheWorldNews is not responsible for the content of the platform.

ບໍ​ລິ​ສັດ​ຈີນ​ໄດ້​ຮັບ​ສິດ​​ທິ​ສຳ​ປະ​ທານ​ແຕ່​ພຽງ​ຜູ້​ດຽວ​ ໃນ​ການ​ພັດ​ທະ​ນາ​ເຂດ​ນ້ຳ​ຕົກ​ຄອນ​ພະ​ເພັງ ແລະ​ນ້ຳ​ຕົກ​ໂສມ​ພະ​ມິດ ​ທີ່​ເມືອງ​ໂຂງ

ບໍ​ລິ​ສັດ​ຈີນ​ໄດ້​ຮັບ​ສິດທິ​ສຳ​ປະ​ທານ​ແຕ່​ພຽງ​ຜູ້​ດຽວ​ ໃນ​ການ​ພັດ​ທະ​ນາ​ເຂດ​ນ້ຳ​ຕົກ​ຄອນ​ພະ​ເພັງ ແລະ​ນ້ຳ​ຕົກ​ໂສມ​ພະ​ມິດ ​ທີ່​ເມືອງ​ໂຂງ ແຂວງ​ຈຳ​ປະ​ສັກ ​ຊຶ່ງ​ເປັນ​ສ່ວນ​ນຶ່ງ​ໃນ​ເຂດ​ພັດ​ທະ​ນາມ​ະ​ຫານ​ະ​ທີ​ສີ​ທັນ​ດອນ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ພິ​ທີການມອບຮັບ​ສິດ​ທິ​ສຳ​ປະ​ທານ ໃນ​ການ​ພັດ​ທະ​ນ​າ​ເຂດ​ນ້ຳ​ຕົກຄອນ​ພະ​ເພັງ ແລະ​ນ້ຳ​ຕົກ​ໂສມ​ພະ​ມິດ ​ຢູ່​ທີ່​ເຂດ​ເມືອງ​ໂຂງ ແ​ຂວງ​ຈຳ​ປາ​ສັກ ໄດ້​ຈັດ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ເມື່ອ​ບໍ່​ນານ​ມາ​ນີ້ ໂດຍ​ທ່ານ​ວິ​ໄລ​ວົງ ບຸດ​ດາ​ຄຳ ເຈົ້າ​ແຂວງ​ຈຳ​ປາ​ສັກ ໄດ້​ເປັນ​ຜູ້​ຕາງ​ໜ້າ​ຂອງ​ລັດ​ຖະ​ບານ​ລ​າວ ໃນ​ການມອບ​ສິດ​ສຳ​ປະ​ທານ​ຄັ້ງ​ນີ້​ໃຫ້​ກັບບໍ​ລິ​ສັດ​ຮ່ວມທຶນພັດ​ທະ​ນາ ສີ​ທັນ​ດອນ​ຈຳ​ກັດ​ຈາກຈີນ ຊຶ່ງ​ເຮັດ​ໃຫ້​ບໍ​ລິ​ສັດ​ດັ່ງ​ກ່າວ​ເປັນ​ຜູ້ທີ່ໄດ້ຮັບ​ສິດ​ສຳ​ປະ​ທານ ແຕ່​ພຽງ​ລາຍ​ດຽວ​ໃນ​ການພັດ​ທະ​ນາ​ເຂດ​ນ້ຳ​ຕົກ​ຄອນ​ພະ​ເພັງ ແລະ​ນ້ຳ​ຕົກ​ສົມ​ພ​ະ​ມິດ ​ໃຫ້​ເປັນ​ເຂດ​ທ່ອງ​ທ່ຽວ​ຢ່າງ​ຄົບວົງຈອນ ດ້ວຍ​ການ​ບຸກ​ເບີກ​ເນື້​ອ​ທີ່ 175 ກວ່າເຮັກ​ຕາ ສຳ​ລັບກໍ່​ສ້າງ​ສວນ​ສະ​ນຸກ ຫໍ​ພິ​ພິດ​ທະ​ພັນ ຫໍ​ວິ​ທະ​ຍາ​ສາດ ເຮືອນ​ພັກ​ຕາກ​ອາ​ກາດ ໂຮງ​ແຮມ ຮ້ານ​ອາ​ຫານ ແລະ​ສະ​ຖານ​ບັນ​ເທີງ​ຕ່າງໆ ພ້ອມ​ດ້ວຍ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ​ຢ່າງ​ຄົບ​ຊຸດ ທີ່​ສາ​ມາດ​ຮອງ​ຮັບນັກ​ທ່ອງ​ທ່ຽວ​ໄດ້​ຫ​ລາຍ​ກວ່າ 5,000 ຄົນ ຕໍ່​ວັນ​ຊຶ່ງ​ເປັນ​ສ່ວນ​ນຶ່ງ​ໃນ​ໂຄງ​ການ​ພັດ​ທະ​ນາ ​ເຂດ​ເສດ​ຖະ​ກິດ​ໃໝ່ ມະ​ຫານະ​ທີສີ​ທັນ​ດອນ.

ສ່ວນ​ທ່ານ Vincent Lee ປະ​ທານ​ບໍ​ລິ​ສັດ​ຮ່ວມພັດ​ທະ​ນາ​ສີ​ທັນ​ດອນ​ຈຳ​ກັດ ຢືນ​ຢັນ​ວ່າ​ການ​ລົງ​ທຶ​ນ​ໃນ​ໂຄງ​ການ​ພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ໃໝ່​ມະ​ຫານະ​ທີ​ສີ​ທັນ​ດອນ ຍັງ​ສືບ​ຕໍ່​ເລື້ອຍ​ມາ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ໂດຍ​ການ​ລະ​ບ​າດ​ພະ​ຍາດໄວ​ ຣັ​ສ​ໂຄວິດ-19 ໄດ້ສົ່ງຜົ​ນກະ​ທົບ​ຕໍ່​ການ​ດຳ​ເນີນ​ງານ​ພຽງ​ແຕ່​ເລັກ​ນ້ອບ​ເທົ່າ​ນັ້ນ ທັງ​ນີ້​ ໂດຍ​ຜ່ານ​ມາ ຄື​ເປັນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ໃນ​ໄລ​ຍະ​ທີ 1 ກໍ​ຄື ​ນັບ​ແຕ່​ປີ 2018-2025 ທີ່​ແນ​ໃສ່​ການ​ພັດ​ທະ​ນາ​ລະ​ບົບ​ພື້ນ​ຖານ​ໂຄງ​ຮ່າງເປັນ​ດ້າ​ນ​ຫ​ລັກ ​ທີ່​ໄດ້​ສຳ​ເລັດ​ການ​ກໍ່​ສ້າງ​ຖະ​ໜົນ​ເບ​ຕົງ ຮອບ​ດອນ​ໂຂງ ​ໄລ​ຍະທາງ ລວມ 43 ກິ​ໂລ​ແມັດ ​ແລະ​ກ​ານ​ພັດ​ທະ​ນາ​ເຂດທີ່​ພັກ​ອາ​ໄສ ລະ​ບົບ​ໄຟ​ຟ້າ ນ້ຳ​ປະ​ປາ ໂຮງ​ໜໍ ​ໂຮງ​ຮຽນ ໂຮງ​ແຮມ ກາ​ຊີ​ໂນ ທະ​ນາ​ຄານ ສະ​ໜາມ​ກັອ​ຟ ສະ​ໜາມ​ບິນ ແຫລ່ງ​ທ່ອ​ງ​ທ່ຽວທຳ​ມະ​ຊາດ ແລະ​ສະ​ຖານ​ບັນ​ເທີງ​ຕ່າງໆ ​ທີ່​ມີ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດ​ວກ​ຢ່າງ​ຄົບ​ວົງ​ຈອນ.

ໂຄງການພັດ​ທະ​ນາ​ເຂດ​ເສດ​ຖະ​ກິດ​ໃໝ່ ມະ​ຫານະ​ທີສີ​ທັນ​ດອນ ໄດ້​ຮັບ​ອະ​ນຸ​ຍາດສຳ​ປະ​ທານ​ຈາກ​ລັດ​ຖະ​ບານ​ລາວເປັນໄລ​ຍະເວ​ລາ​ 99 ປີ ນັບ​ຈາກປີ 2018 ​ມີ​ເນື້ອ​ທີ່​ສຳ​ປະ​ທານ​ລວມ 9,848 ເຮັກ​ຕາ ຢູ່​ທີ່ເຂດ​ສີ່ພັນ​ດອນ​ ຄອນ​ພະ​ເພັງ ທັງ​ນີ້​ກຸ່ມ​ບໍ​ລິສັດ​ຈີນ​ຄາດ​ວ່າ ຈະ​ນຳ​ໃຊ້​ເງິນ​ລົງ​ທຶນ​ຄິດ​ເປັນ​ມູນ​ຄ່າ​ລວມກວ່າ 9,000 ລ້ານ​ໂດ​ລາ​ສະ​ຫະ​ລັດ ໂດຍ​ທີ່​ຜ່ານ​ມາ​ກໍ​ໄດ້​ມີ​ການ​ນຳ​ໃຊ້​ເງິນ​ທຶນ​ໄປ​ແລ້ວ​ກວ່າ 1,300 ​ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະ​ຄາດ​ວ່າ​ໃນ​ປີ 2022 ນີ້​ຈະ​ຕ້ອງ​ໃຊ້​ເງິນລົງ​ທຶນ​ອີກ 600 ລ້ານ​ໂດ​ລາ​ສະ​ຫະ​ລັດ ໃນ​ນີ້​ກໍ​ລ​ວ​ມ​ເຖິງ​ເງິນ​ທຶນ​ທີ່​ຈະ​ໃຊ້​ເພື່ອ​ການ​ຊົດ​ເຊີຍຄ່າ​ທີ່​ດິນ ແລະ​ຊັບ​ສິນ​ຂອງ​ປະ​ຊາ​ຊົນ​ລ​າວ​ທີ່ຖືກ​ເວນ​ຄືນ ຈຳ​ນວນ 150 ກວ່າ​ຄອບ​ຄົວ​ໃນ​ເຂດ 6 ບ້ານ ທີ່​ເຂດ​ເມືອງ​ໂຂງ​ດ້ວຍ.

ແຕ່​ຢ່າງ​ໃດ​ກໍ​ຕາມ ປະ​ຊາ​ຊົນ​ລາວ​ສ່ວນ​ຫລາຍກໍຍັ​ງ​ຄົງ​ບໍ່​ພໍໃຈ​ຄ່າຊົດ​ເຊີຍ ທີ່​ໄດ້​ຮັບ​ຈາກ​ບໍ​ລິ​ສັດ​ຈີນ ທີ່​ລົງ​ທຶນ​ພັດ​ທະ​ນາ​ໂຄ​ການ​ດັ່ງ​ກ່າວ​ນີ້ ຊຶ່ງ​ກໍ​ເຊັ່ນດຽວ​ກັນ​ກັບ​ທຸກໆ​ໂຄງ​ການ​ລົງ​ທຶນ​ຂອງ​ບັນ​ດາ​ນັກ​ທຸ​ລະ​ກິດ​ຈີນ​ໃນ​ລາວ ເພາະ​ໄດ້​ມີ​ການ​ຈ່າຍ​ຄ່າ​ຊົດ​ເຊີຍ​ທີ່​ດິນ ແລະ​ສິ່ງ​ປູກ​ສ້າງ​ຕ່າງໆ​ໃນ​ອັດ​ຕາ​ທີ່​ຕ່ຳ​ກວ່າ​ຄວາມ​ເປັນ​ຈິງ ຊຶ່ງ​ເຫັນ​ໄດ້​ຈາກ​ໂຄງ​ການ​ທາງ​ລົດ​ໄຟ​ລາວ​-ຈີນ ​ໂຄງ​ການ​ທາງ​ດ່ວນ​ວຽງ​ຈັນ ວັງ​ວຽງ ແລ​ະ​ເຂດ​ພັດ​ທະ​ນາ​ເສດ​ຖະ​ກິດກ​ວມ​ລວມ ໄຊ​ເສດ​ຖາ ນະ​ຄອນ​ຫລວງ​ວຽງ​ຈັນ ທັງ​ປາ​ກົດ​ວ່າພະ​ນັກ​ງານລັດ​ໄດ້​ໃຊ້​ອຳ​ນາດ​ບັງ​ຄັບ​ໃຫ້​ປະ​ຊາ​ຊົນ​ຍອມ​ຮັບ​ເອົາ​ການ​ຊົດ​ເຊີຍ​ດັ່ງ​ກ່າວ​ອີກ​ດ້ວຍ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ກະ​ຊວງ​ແຜນ​ການ ແລະ​ການ​ລົງ​ທຶນ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ຍ້ອນ​ວ່າ​ທົດ​ແທນ​ຖືກ ທົດ​ແທນ​ໜ້ອຍ ມັນ​ກະ​ກະທົບ ໂຕ​ຢ່າງວ່າ​ໂຄງ​ການ​ໃຫຍ່ໆ ຊຶ່ງ​ປັດ​ຈຸ​ບັນ​ພວກ​ເຮົາ​ກຳ​ລັງ​ດຳ​ເນີນ​ການ​ປະ​ຕິ​ບັດ​ໂຄງ​ການ​ທາງ​ລົດ​ໄຟ ຫລື​ວ່າ ໂຄ​ງ​ການ​ທາງ​ດ່ວນ​ວຽງ​ຈັນ ວັງ​ວຽງ ຫລື​ວ່າ ໂຄງ​ການໄຊ​ເສດ​ຖາ​ກວມ​ລວມ ຫລື​ວ່າ​ອື່ນໆ ຖື​ວ່າ​ເປັນ​ການ​ຊົດ​ເຊີຍທີ່ຕ່ຳ​ຫລາຍ ທຽບໃສ່ກັບ​ຄ່າ​ຄອງ​ຊີບ ທຽບ​ໃສ່ກັບອ່ຽງຂອງ​ການ​ຂະ​ຫຍາຍ​ໂຕ​ເສດ​ຖະ​ກິດ ວັນ​ທີ 2 ມາ ແມ່ນ​ເຈົ້າ​ພະ​ນັກ​ງານ​ທີ່​ລົງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ກໍ​ບໍ່​ສຸ​ພາບ ແລະ​ກໍ​ບໍ່​ອະ​ທິ​ບາຍ​ຊີ້​ແຈງ​ໃຫ້​ເຂົ້າ​ອົກ​ເຂົ້າ​ໃຈ ສ່ວນ​ຫລາຍ​ສິ​ມັກຊີ້​ອາ​ຍາ​ສິດມັນ​ກະ​ເຮັດ​ໃຫ້​ເກີດ​ຂໍ້​ຂັດ​ແຍ້ງ.”

ປັດ​ຈຸ​ບັນ​ລາວ​ມີ​ເຂດ​ເສດ​ຖະ​ກິດ​ພິ​ເສດ 12 ແຫ່ງ ​ມີ​ບໍ​ລິ​ສັດ​ເອກ​ກະ​ຊົນເຂົ້າ​ມາ​ລົງ​ທຶນ 806 ລາຍ ໃນ​ນີ້​ເປັນ​ບໍ​ລິ​ສັດ​ຕ່າງ​ຊ​າດ 688 ລາຍ ແລະ​ເປັນບໍ​ລິ​ສັດ​ຮ່ວມທຶນ​ລະ​ຫວ່າງ​ເອກ​ກະ​ຊົນ​ລາວ​ກັບ​ຕ່າງຊາດ 118 ລາຍ ມີ​ມູນ​ຄ່າ​ລົ​ງ​ທຶນ​ລວມ​ເກີນກວ່າ 4,500 ລ້າ​ນ​ໂດ​ລາ​ສະ​ຫະ​ລັດ ແລະ​ໄດ້​ມອບ​ພັນ​ທະ​ໃຫ້​ລັດ​ທະ​ບານ​ລາວ​ໃນ​ມູນ​ຄ່າ​ລວມ 122 ຕື້​ກີບ​ໃນ​ປີ​ທີ່​ຜ່ານ​ມາ.