Lao
This article was added by the user . TheWorldNews is not responsible for the content of the platform.

ໄທຄາດ​ວ່າ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ຫລາຍກວ່າ  10 ລ້ານຄົນ ໃນ​ປີ 2022 ສ່ວນ​ລາວ​​ຄາດ​ວ່າ ​ຈະ​ມີ​​ ນັກ​ທ່ອງ​ທ່ຽວ ​ບໍ່​ເຖິງ 1 ລ້ານ​ຄົນ​ໃນ​ປີ​ນີ້

ທາງ​ການ​ໄທ ຄາດ​ວ່າ​ຈະ​ໃຫ້​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ຫລາຍກວ່າ 10 ລ້ານຄົນໃນ​ປີ 2022 ສ່ວນ​ທາງ​ການ​ລາວ​ກໍ​ຄາດ​ວ່າ​ຈະ​ມີ​ຄົນ​ໄທ ແລະ​ຊາວ​ຕ່າງ​ຊາດ ທີ່​ເດີນ​ທາງ​ມາ​ລາວ​ບໍ່​ເຖິງ 1 ລ້ານ​ຄົນ​ໃນ​ປີ​ນີ້ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທາງ​ການ​ໄທ ຄາດ​ວ່າ​ຈະ​ໃຫ້​ການ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ຫລາຍກວ່າ 10 ລ້ານຄົນ ໃນ​ປີ 2022 ສ່ວນ​ທາງ​ການ​ລາວ​ກໍ​ຄາດ​ວ່າ​ຈະ​ມີ​ຄົນ​ໄທ ແລະ​ຊາວ​ຕ່າງ​ຊາດ ທີ່​ເດີນ​ທາງ​ມາ​ລາວ​ບໍ່​ເຖິງ 1 ລ້ານ​ຄົນ ​ໃນ​ປີ​ນີ້ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ອະ​ນຸ​ຊາ ບູ​ລະ​ພະ​ໄຊ​ສີ ຮ​ອງ​ເລ​ຂ​າ​ທິ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ຖະ​ແຫລງ ວ່າ​ ພາຍ​ໃຕ້​ແຜນ​ການ​ເຊື່ອມຈອດ​ການ​ທ່ອງ​ທ່ຽວ​ ໃນ​ອາ​ຊຽນ ດ້ວຍ​ການ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເດີນ​ທາງ ​ຕິດ​ຕໍ່​ລະ​ຫວ່າງ​ກັນ​ນັ້ນ ​ເຮັດ​ໃຫ້ມີ​ນັກ​ທ່ອງ​ທ່ຽວຊາວ​ຕ່າງ​ຊາດ ແລະ​ໃນ​ອາ​ຊຽນ​ດ້ວຍ​ກັນ ເດີນ​ທາງ​ເຂົ້າ​ມາ​ປະ​ເທ​ດ​ໄທແລ້ວ​ຫລາຍກວ່າ 7 ລ້ານ​ຄົນ​ ໃນ​ຊ່ວງ 10 ເດືອນ​ຂອງ​ປີ 2022 ນີ້ ແລະ​ຄາດ​ວ່າ​ໃນ 2 ເດືອນທ້າຍ​ປີ ​ຍັງ​ຈະ​ມີ​ນັກ​ທ່ອງ​ທ່ຽວຊາວ​ຕ່າງ​ຊ​າດ ເດີນ​ທາງ​ມາ​ໄທ​ເພີ້ມ​ຂຶ້ນ​ອີກ​ຫລາຍກວ່າ 3 ລ້ານ​ຄົນ ຊຶ່ງ​ຈະ​ເຮັດ​ໃຫ້​ໃນ​ຕະ​ຫລອດ​ປີ 2022 ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊ​າດ​ເດີນ​ທາ​ງ​ມາ​ໄທ​ເຖິງ 10 ລ້ານ​ຄົນ​ຢ່າງ​ແນ່ນອນ ​ດັ່ງ​ທີທ່​ານ​ອະ​ນຸ​ຊາ ຖະ​ແຫລງ​ຢືນ​ຢັນ​ວ່າ:

“​ໃນ​ຊ່ວງ 10 ເດືອນ​ຂອງ​ປີ​ນີ້ ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ​ທີ່​ເດີນ​ທາງ​ມາ​ຢ້ຽມ​ປະ​ເທດ​ໄທ​ແລ້ວກວ່າ 7 ລ້ານ​ຄົນ ​ຊຶ່ງ​ທາງ​ລັດ​ຖະ​ບານ​ກໍ​ມີ​ຄວາມ​ໝັ້ນ​ໃຈ​ວ່າໄລ​ຍະ​ເວ​ລາ​ທີ່​ເຫລືອ ​ຈົນ​ເຖິງ​ສິ້ນ​ປີ​ນີ້ ປະ​ເທດ​ໄທ​ກໍ​ຈະ​ມີ​ນັກ​ທ່ອງ​ທ່ຽວ ເດີນ​ທາງ​ມາ​ເປັນ​ຈຳ ນວນເຖິງ 10 ​ລ້ານຄົນ ຕາມ​ເປົ້າ​ໝາຍ​ທີ່​ລັດ​ຖະ​ບານ ແລ້ວ​ກໍ​ການ​ທ່ອງ​ທ່ຽວ​ແຫ່ງ​ປະ​ເທດ​ໄທ​ໄດ້​ຕັ້ງ​ໄວ້.”

​ສ່ວນ​ນັກ​ທຸ​ລະ​ກິດ​ໃນ​ການ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ໃນລາວ​ໃນ​ລາວ​ ກໍ​ຄາດ​ຫັວງວ່າ ການ​ຟື້ນ​ໂຕ​ຂອງ​ພາກທຸ​ລະ​ກິດ ​ພາກ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ໃນ​ປະ​ເທດ​ໄທ ຈະ​ສົ່ງ​ຜົນ​ດີ​ຕໍ່​ທຸ​ລະ​ກິດພາກບໍ​ລິ​ການ​ ແລະທ່ອງ​ທ່ຽວໃນລາວດ້ວຍ​ເຊັ່ນ​ກັນ ເພາະ​ນອກ​ຈາກ​ຈະ​ມີ​ຄົນ​ໄທ​ເດີນ​ທາງ​ມາ​ທ່ອງ​ທ່ຽວ​ໃນ​ລາວ​ ເພີ້ມ​ຂຶ້ນ​ແລ້ວ ​ກໍ​ຍັງ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ​ຈຳ​ນວນ​ບໍ່ໜ້ອຍ​ທີ່​ໄດ້​ເດີນ​ທາງ​ຈາກ​ໄທ ຕໍ່​ມາ​ໃນ​ລາວ​ດ້ວຍຊຶ່ງ​ເມື່ອ​ສົມ​ທົບ​ກັບ​ການ​ເປີດ​ເດີນ​ທາງ​ລົດ​ໄຟ​ລາວ-​ຈີນ ​ນັບ​ແຕ່ວັນ​ທີ 3 ທັນ​ວາປີ 2021 ເປັນ​ຕົ້ນ​ມາ​ທາງ​ການ​ລາວ​ຍັງ​ໄດ້​ຄາດ​ຫວັງ​ດ້ວຍ​ວ່າ ຈະ​ມີ​ຊາວ​ຈີນເດີນ​ທາງ​ມາ​ລາວ​ເພີ້ມ​ຂຶ້ນ ເ​ກີນກວ່າ 30 ເປີ​ເຊັນ ຫາ 40 ເປີ​ເຊັນ ຕໍ່​ປີ​ອີ​ກ​ດ້ວຍດັ່ ງ​ທີ່​ນັກ​ທຸ​ລະ​ກິດ​ລາວ ໃຫ້​ການ​ຢືນ​ຢັນ​ວ່າ:

“​ສົ່ງ​ເສີມໄດ້​ຫລາຍ​ທາ​ງເລີຍ​ເນາະ ໂດ​ຍ​ສະ​ເພາະ​ທີ່ເຮົາ​ເຫັນ​ກໍ​ຄື ​ທາງ​ດ້ານ​ການທ່ອ​ງ​ທ່ຽວ​ ເຮັດ​ໃຫ້ແຂກ​ບ້ານ​ແຂກ​ເມືອງ​ນີ້​ເຂົ້າ​ມາ​ທ່ຽວ​ເຮົາ​ກະ​ເຮັດ​ໃຫ້​ສະ​ດວກ​ສະ​ບາຍ​ຫລາຍຂຶ້ນກ່ອນ​ເກົ່າ ກ​ະ​ຖື​ວ່າ​ຂ້ອນຂ້າງ​ຫລາຍ​ລະ​ເຈົ້າ​ເພາະ​ວ່າ​ນຶ່ງ​ກໍ​ຄື​ມັນ​ສະ​ດວກ​ສະ​ບາຍ​ເນາະ ໃນ​ເມື່ອ​ກ່ອນ​ນັກ​ທ່ອງ​ທ່ຽວ​ຈີນ​ທີ່​ວ່າ​ເຂົ້າ​ມາ​ລາວ ເຂົາ​ຈະ​ມາ​ໃນ​ທາງ​ເຮືອ​ບິນ ຫລື​ທາງ​ລົດ​ໂດ​ຍ​ສານ​ແຕ່​ວ່າ​ປັດ​ຈຸ​ບັນ ເຮົາ​ເປີ​ດ​ລົດ​ໄຟ ການ​ເຂົ້າ​ມາ​ກໍ​ສະ​ດວກ​ສະ​ບາຍ ກະຄາດ​ວ່າ​ຄົນ​ຈີນ​ຈະ​ເຂົ້າ​ມາ​ເພີ້ມ​ນີ້​ໜ້າ​ຈະ​ບໍ່​ຫລຸດເຖິງ​ 30-40 ເປີ​ເຊັນ ​ຖ້າ​ທຽບ​ໃນ​ສະ​ໄໝ​ກ່ອນ​ປີ​ນຶ່ງ​ເຂົ້າ​ມາ​ໃນ​ລາວ​ເຮົາ​ນີ້ກະ​ບໍ່​ຫລຸດ 2 ລ້ກວ່າ​ຄົນເນາະ ແຕ່​ວ່າ​ຫລັງ​ຈາກ​ເຮົາເ​ປີດ​ລົດ​ໄຟກະ​ຄາດ​ວ່າ ​ຈະ​ເພີ້ມ​ຂຶ້ນບໍ່​ຫລຸດ 30-40 ເປີ​ເຊັນ.”

ທັງ​ນີ້ທາງ​ການ​ລາວ​ໄດ້​ປະ​ຕິ​ບັດ​ນະໂຍ​ບາຍ​ເປີດ​ປະ​ເທດ​ເພື່ອ​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ ນັບ​ແຕ່​ເດືອນ​ພຶດ​ສະ​ພາ ປີ 2022 ເປັນ​ຕົ້ນ​ມາ​ຊຶ່ງ​ຖື​ໄດ້​ວ່າ​ ປະ​ສົບ​ຜົນ​ສຳ​ເລັດ​ ໃນ​ລະ​ດັບ​ຄາດ​ໝາຍ ແລະ​ລັດ​ຖະ​ບານ​ລາວ​ໝັ້ນ​ໃຈ​ວ່າ​ຈົນ​ເຖິງ​ທ້າຍ​ປີ 2022 ​ນີ້ ຈະ​ມີ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ​ເດີນ​ທ​າງ​ມາ​ລາວ​ເກີນກວ່າ 9 ແສນ​ຄົນ ອັນ​ຈະ​ເຮັດ​ໃຫ້​ທຸ​ລະ​ກິດ​ພາກບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ມີ​ລາຍ​ໄດ້​ຫລາຍກວ່າ 218 ລ້າ​ນ​ໂດ​ລາ​ສະ​ຫະ​ລັດ ໂດຍ​ສະ​ເພາະ​ແມ່ນ​ນະ​ຄອນ​ຫລວງວຽງ​ຈັນ ​ກໍຍັງ​ໄດ້ວາງ​ເປົ້າ​ໝາຍຈະ​ດືງ​ດູດ​ເອົາ​ນັກ​ທ່ອງ​ທ່ຽວຊາວຕ່າງ​ຊາດ​ໃຫ້ໄດ້​ເຖິງ 1 ລ້ານ​ຄົນ​ອີກ​ດ້ວຍ ໂດຍ​ໃນ​ຊ່ວງ​ເດືອນ​ພຶດ​ສະ​ພາ ຫາຕຸ​ລາ 2022 ຜ່ານ​ມາ​ກໍ​ປາ​ກົດ​ວ່າ​ມີ​ນັກ​ທ່ອ​ງທ່ຽວຈາກ​ອາ​ຊຽນ​ເດີນ​ທາງມ​າ​ລ​າວແລ້ວຫລ​າຍກວ່າ 680,000 ຄົນ ໃນ​ນີ້ກໍ​ເປັນ​ ນັ​ກ​ທ່ອງ​ທ່ຽວ​ຈາກ​ໄທ​ຫລາຍກວ່າ 50 ເປີ​ເຊັນ ແລະ​ຈາກ​ຫວຽດ​ນາມ 30 ເປີ​ເຊັນ ສ່ວນ​ທີ່​ເຫລືອ​ກໍ​ຄື​ນັກ​ທ່ອງ​ທ່ຽວ​ຈ​າກ​ມາ​ເລ​ເຊຍ ສິງກ​ະ​ໂປ ຟິລິບ​ປິນ ແລະ​ບ​ຣູ​ໄນ.

​ສ່ວນ​ພົນ​ເອກ​ປ​ຣະ​ຍຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຖະ​ແຫລງວ່າ ລັດ​ຖະ​ບານ​ໄທ​ໄດ້​ຕົກ​ລົງໃຫ້​ການ​ຊ່ວຍ​ເຫລືອ​ດ້ານ​ງົບ​ປະ​ມານ​ແກ່​ລັດ​ຖະ​ບານ​ລ​າວ ສຳ​ລັບ​ນຳ​ໃຊ້​ໃນ​ການ​ກໍ່​ສ້າງ​ຂົວ​ຂ້າມ​ແມ່​ນ້ຳ​ຂອງ​ທີ່​ບ້ານ​ຊຽງ​ແມນ ແຂວງ​ຫລວງ​ພຣະ​ບາງ ຊຶ່ງ​ຖື​ເປັນ​ສ່ວນ​ນຶ່ງ​ໃນ​ແຜນ​ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ​ເຂດ​ພາກ​ເໜືອຂອງ​ລາວ ກັບ​ໄທ​ໃຫ້​ເປັນ​ເຂດ​ທ່ອງ​ທ່ຽວ​ດຽວ​ກັນ ໂດຍ​ມີ​ແຂວງ​ຫລວງ​ພ​ຣະ​ບາງ​ກັບ​ຈັງ​ຫວັດ​ນ່ານ ເປັນ​ເມືອງ​ຄູ່ແຝດ​ໃນ​ການ​ເຊື່ອມ​ຕໍ່​ການ​ທ່ອງ​ທ່ຽວ​ລະ​ຫວ່າງ 2 ປະເທ​ດ.

ໂຄງ​ການ​ກໍ່​ສ້າງ​ຂົວທີ່​ບ້ານຊຽງ​ແມນ ຫລວງ​ພ​ຣະ​ບາງ ຈະ​ໃຊ້​ທຶນ​ສ້າງ​ປະ​ມານ 1,200 ລ້ານ​ບາດ ​ໃນ​ນີ້​ຈະ​ເປັນ​ການ​ຊ່ວ​ຍເຫລືອ​ລ້າ ທີ່​ລັດ​ຖະບານ​ໄທ​ໃຫ້​ແກ່​ລັດ​ຖະ​ບານລາວ 30 ເປີ​ເຊັນ ແລະ​ເງິນ​ກູ້​ຢືມ 70 ເປີ​ເຊັນ ໂດຍ​ຄາດ​ວ່າ​ຈະ​ດຳ​ເນີນ​ການ​ສຶກ​ສາ ແລະ​ອອກ​ແບບ​ກໍ່​ສ້າງ​ແລ້ວ​ເສັດ​ພາຍ​ໃນ​ໄຕ​ມາດ​ທີ 1 ຂອງ​ປີ 2023 ແລະ​ຈະ​ໃຊ້​ເວ​ລາ​ສຳ​ລັບ​ການ​ກໍ່​ສ້າງ​ໃຫ້​ສຳ​ເລັດ​ພາຍ​ໃນ 300 ວັນ ນັບ​ຈາກວັນ​ທີ່​ລົງ​ນາມ ໃນ​ສັນ​ຍາ​ວ່າ​ຈ້າງ​ຜູ້​ຮັບ​ເໝົາ​ກໍ່​ສ້າງ ທັງ​ນີ້​ເພື່ອຈະ​ໄດ້​ເປີດ​ການ​ນຳ​ໃຊ້​ຂົວ​ຢ່າງ​ເປັນ​ທາງ​ກາ​ນ ໃນ​ໄຕ​ມາດ​ທີ 1 ຂອງ​ປີ 2024.